ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

​ສປ​ປ ລາວ ກຽມ​ສືບຕໍ່​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນກິລາ​ປິ່ງ​ປ່ອງ ຊີງ​ແຊັມ​ອາ​ຊຽນ 2027
ເວລາອອກຂ່າວ: 2026-08-11 11:00:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 228 | ຄວາມນິຍົມ:



ທ່ານ ​ປອ ສຳລານ ພັນ​ຄະ​ວົງ ປະທານ​ສະຫະພັນ​ກິລາ​ປິ່ງ​ປ່ອງ​ແຫ່ງ​ຊາດ​ລາວ ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ ພາຍຫຼັງ​ພິທີ​ມອບ​ຫຼຽນ​ລາງວັນ​ໃນ​ວັນ​ທີ 8 ສິງຫາ 2026 ຜ່ານ​ມາ ວ່າ: ສຳລັບ​ການ​ຈັດ​ແຂ່ງຂັນ​ກິລາ​ປິ່ງ​ປ່ອງ​ລະດັບ​ໂລກ ລາຍການ "WTT Youth Contender Vientiane 2026" (ຄັ້ງ​ທີ 4) ແລະ "WTT Feeder Series" (ຄັ້ງ​ທີ 2) ປະຈຳ​ປີ 2026 ທີ່ ​ສປປ ລາວ​ເຮົາ ເປັນ​ເຈົ້າພາບ ລະຫວ່າງ​ວັນ​ທີ 30 ກໍລະກົດ 2026 ຫາ​ວັນ​ທີ 8 ສິງຫາ 2026 ມີ​ທີມ​ນັກ​ກິລາ​ປິ່ງ​ປ່ອງ​ທົ່ວ​ໂລກ​ເຂົ້າ​ຮ່ວມ​ທັງ​ໝົດ 22 ປະເທດ ມີ 403 ຄົນ ເຊິ່ງ​ທີມ​ນັກ​ກິລາ​ເຈົ້າພາບ​ລາວ​ເຮົາ ໄດ້​ສົ່ງ​ນັກ​ກິລາ ແລະ ຄູ​ເຝິກ​ເຂົ້າ​ຮ່ວມ​ທັງ​ໝົດ 70 ຄົນ ອາຍຸ 9-19 ປີ ສຳລັບ​ຮຸ່ນ​ເຍົາວະ​ຊົນ ແລະ ຮຸ່ນ​ທົ່ວ​ໄປ ມີ 16 ຄົນ ການ​ແຂ່ງຂັນ​ຈະ​ມີ​ທັງ​ປະເພດ​ດ່ຽວ ແລະ ປະເພດ​ຄູ່​ປະສົມ ອາຍຸ​ບໍ່​ເກີນ 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ ແລະ ຮຸ່ນ​ທົ່ວ​ໄປ ຊີງ​ໄຊ​ທັງ​ໝົດ 32 ລາງວັນ. ເມື່ອ​ເວົ້າ​ເຖິງ​ຜົນງານ​ຂອງ​ທັບ​ນັກ​ກິລາ​ປິ່ງ​ປ່ອງ​ລາວ​ເຮົາ​ແລ້ວ ຜົນງານ​ດີ​ທີ່​ສຸດ​ໃນ​ຮຸ່ນ​ເຍົາວະ​ຊົນ ແລະ ຮຸ່ນ​ຊາວ​ໜຸ່ມ ແມ່ນ​ສາມາດ ສາມາດ​ຍາດ​ໄດ້ ອັນ​ດັບ 3 ຮ່ວມ ໃນ​ປະເພດ​ຍິງ​ດ່ຽວ ແລະ ອັນ​ດັບ 3 ໃນ​ປະເພດ​ຄູ່​ປະສົມ. ສ່ວນ​ຮຸ່ນ​ທົ່ວ​ໄປ ແມ່ນ​ສາມາດ​ຜ່ານ​ເຂົ້າ​ເຖິງ ຮອບ 16 ທີມ​ສຸດ​ທ້າຍ ໄດ້ 2 ຄູ່ ໃນ​ປະເພດ​ຄູ່​ຊາຍ ແລະ ປະເພດ​ຄູ່​ຍິງ. ໃນ​ໂອກາດ​ນີ້, ທ່ານ ປະທານ​ສະຫະພັນ​ກິລາ​ປິ່ງ​ປ່ອງ​ແຫ່ງ​ຊາດ​ລາວ ໄດ້​ສະແດງ​ຄວາມ​ຊົມເຊີຍ ແລະ ຕີ​ລາຄາ​ສູງ​ຕໍ່​ຜົນສຳເລັດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ງານ​ຄັ້ງ​ນີ້ ໂດຍ​ທ່ານ​ໄດ້​ເນັ້ນ​ໜັກ​ວ່າ: "ການ​ທີ່ ​ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກິລາ​ປິ່ງ​ປ່ອງ​ລະດັບ​ໂລກ ປີ 2026 ໃນ​ຄັ້ງ​ນີ້ ຖື​ເປັນ​ກຽດ​ປະຫວັດ​ສາດ ແລະ ເປັນ​ບາດກ້າວ​ໂດດ​ເດັ່ນ​ຂອງ​ວົງ​ການ​ກິລາ​ລາວ. ເຖິງ​ວ່າ​ຜົນ​ການ​ແຂ່ງຂັນ​ໃນ​ຮຸ່ນ​ທົ່ວ​ໄປ​ຂອງ​ນັກກິລາ​ລາວ​ເຮົາ​ຈະ​ບໍ່​ໄດ້​ຫຼຽນ​ລາງວັນ​ສູງ ແຕ່​ກໍ​ຖື​ເປັນ​ຜົນສຳເລັດ​ທີ່​ໜ້າ​ພູມໃຈ​ຢ່າງ​ຍິ່ງ ເພາະ​ເຮັດ​ໃຫ້​ນັກ​ກິລາ​ລາວ​ໄດ້​ສະ​ສົມ​ປະສົບ​ການ​ອັນ​ລ້ຳ​ຄ່າ, ໄດ້​ປະຊັນ​ສີມື ແລະ ສຳຜັດ​ບັນຍາກາດ​ກັບ​ນັກ​ກິລາ​ມື​ອາຊີບ​ລະດັບ​ໂລກ. ສ່ວນວ່າ​ຄວາມ​ສຳເລັດ​ໃນ​ການ​ຈັດ​ງານ ແລະ ຜົນງານ​ຂອງ​ນັກ​ກິລາ​ທັງ​ໝົດ​ນີ້ ແມ່ນ​ຍ້ອນ​ການ​ນຳພາ-ຊີ້​ນຳ​ຢ່າງ​ໃກ້ຊິດ​ຈາກ​ຄະນະ​ນຳ​ກະຊວງ, ພ້ອມ​ດ້ວຍ​ການ​ສະໜັບສະໜູນ-ອຸປະຖຳ​ຢ່າງ​ແຂງແຮງ​ຈາກ​ພາກສ່ວນ​ທຸລະ​ກິດ, ອົງ​ການຈັດຕັ້ງ​ຕ່າງໆ ແລະ ແຟນ​ກິລາ​ທົ່ວ​ປະເທດ ທີ່​ຮ່ວມ​ກັນ​ເປັນ​ເຈົ້າພາບ​ທີ່​ດີ." ທ່ານ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ເພື່ອ​ພັດທະນາ​ວົງ​ການ​ກິລາ​ປິ່ງ​ປ່ອງ​ລາວ ໃຫ້​ມີ​ຄວາມ​ກ້າວໜ້າ​ຢ່າງ​ຍືນ​ຍົງ, ສະຫະພັນ​ປິ່ງ​ປ່ອງ​ແຫ່ງ​ຊາດ​ລາວ ໄດ້​ວາງ​ທິດ​ທາງ ແລະ ແຜນການ​ໃນ​ອະນາຄົດ​ໄວ້ 4 ດ້ານ​ສຳຄັນ ຄື: ເພີ່ມ​ການ​ຈັດການ​ແຂ່ງຂັນ​ພາຍ​ໃນ​ປະເທດ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ໃຫ້​ເຕັກນິກ, ທັກ​ສະ ແລະ ປະສົບ​ການ ຂອງ​ນັກ​ກິລາ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ; ມີ​ແຜນ​ສົ່ງ​ນັກ​ກິລາ​ເປົ້າ​ໝາຍ​ໄປ​ເຝິກ​ຊ້ອມ​ຢູ່ ສປ ຈີນ ແລະ ​ສສ ຫວຽດນາມ ເພື່ອ​ນຳ​ເອົາ​ວິທະຍາສາດ​ການ​ກິລາ ແລະ ເຕັກນິກ​ໃໝ່ໆ ມາ​ປັບ​ໃຊ້; ລົງ​ຊຸກຍູ້​ບັນດາ​ແຂວງ​ໃຫ້​ມີ​ການ​ສ້າງຕັ້ງ​ສະຫະພັນ​ປິ່ງ​ປ່ອງ​ປະຈຳ​ແຂວງ ຫຼື ສະໂມສອນ ເພື່ອ​ຄັດ​ເລືອກ ແລະ ສ້າງ​ນັກ​ກິລາ​ຮຸ່ນ​ໃໝ່​ເຂົ້າ​ສູ່​ທີມ​ຊາດ; ພິເສດ​ອີກ​ໜຶ່ງ​ເປົ້າ​ໝາຍ​ສຳຄັນ​ສູງ​ສຸດ ແມ່ນ​ການ​ກະກຽມ​ຄວາມ​ພ້ອມ​ໃນ​ທຸກ​ດ້ານ ເພື່ອ​ຮັບຮອງ​ການ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກິລາ​ປິ່ງ​ປ່ອງ ຊີງ​ແຊັມ​ອາ​ຊຽນ ໃນ​ປີ 2027 ທີ່​ຈະ​ມາ​ເຖິງ​ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ