ຍີ່ປຸ່ນ-ສ.ເກົາຫຼີ-ສິງກະໂປ ຄວ້າແຊັມຮຸ່ນທົ່ວໄປ ປິດສາກ ການແຂ່ງຂັນປິ່ງປ່ອງລະດັບໂລກ 2026 ທີ່ສປປ ລາວ ເປັນເຈົ້າພາບ
ເວລາອອກຂ່າວ: 2026-08-12 09:18:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 211 | ຄວາມນິຍົມ: ![]()
ພິທີປິດການແຂ່ງຂັນກິລາປິ່ງປ່ອງລະດັບໂລກ ລາຍການ "WTT Youth Contender Vientiane 2026" (ຄັ້ງທີ 4) ແລະ "WTT Feeder Series"
(ຄັ້ງທີ 2) ປະຈຳປີ 2026 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃນວັນທີ 8 ສິງຫາ 2026 ທີ່ສູນການຄ້າ ລາວ-ໄອເຕັກ (ມໍ ຊັ້ນ 7), ນະຄອນຫຼວງວຽງຈັນ ຫຼັງຈາກທີ່ໄດ້ດຳເນີນການແຂ່ງຂັນຢ່າງຟົດຟື້ນມາຕັ້ງແຕ່ວັນທີ 30 ກໍລະກົດ 2026 ໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ພ້ອມດ້ວຍປະທານກິດຕິມະສັກ, ຫົວໜ້າກົມກິລາລະດັບສູງ, ຕາງໜ້າຄະນະກຳມະການໂອແລມປິກແຫ່ງຊາດລາວ, ບັນດາຜູ້ໃຫ້ການສະໜັບສະໜູນ, ຄະນະນຳ, ຄູເຝິກ, ນັກກິລາ ແລະ ກອງເຊຍຈາກແຕ່ລະປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ສຳລັບການແຂ່ງຂັນໃນມື້ສຸດທ້າຍ ເປັນການຊີງໄຊຮອບຊີງຊະນະເລີດໃນຮຸ່ນທົ່ວໄປ (WTT Feeder) ທັງໝົດ 5 ລາຍການ ເຊິ່ງຜົນການແຂ່ງຂັນປະກົດວ່າ: ປະເພດຄູ່ປະສົມ ຊອຍ ຈີອຸກ (Choi Jiwook) ແລະ ລີ ດາອຶນ
(Lee Daeun) ຈາກ ສ.ເກົາຫຼີ ເອົາຊະນະ ລີ ກິ ໂຮ (Li Ki Ho) ແລະ ຢວນ ຊຳ ລົກ (Yuen Sum Lok) ຈາກເຂດປົກຄອງພິເສດຮົງກົງ 3-0 ເຊັດ 11-6, 12-10 ແລະ 11-6 ຄະແນນ ຄວ້າແຊັມໄປຄອງ.
ປະເພດຄູ່ຍິງ ອາຊຸກະ ຊາຊາໂອະ (Asuka Sasao) ແລະ ຄາໂຮະ ອາກາເອະ (Kaho Akae) ຈາກ ຍີ່ປຸ່ນ ເອົາຊະນະ ລີ ດາອຶນ (Lee Daeun) ແລະ ຄິມ ຊອງຈິນ (Kim Seongjin) ຈາກ ສ.ເກົາຫຼີ 3-1 ເຊັດ 13-11,
4-11, 11-8, ແລະ 11-8 ຄະແນນ ຄວ້າແຊັມໄປຄອງ.
ປະເພດຄູ່ຊາຍ ຈອດ ຊົວ (Josh Chua) ແລະ ຄລາເຣນ ຊິວ (Clarence Chew) ຄູ່ມືວາງອັນດັບ 4 ຈາກ ສິງກະໂປ ສ້າງຜົນງານສັ້ນສະເທືອນວົງການປິ່ງປ່ອງໂລກ ດ້ວຍການພິກລັອກເອົາຊະນະ ຄູ່ມືວາງອັນດັບ 1 ເອັດເຕບັນ ດໍ (Esteban Dorr) ແລະ ຟຼໍຣຽນ ບູຣາໂຊດ (Florian Bourrassaud) ຈາກ ຝຣັ່ງ 3-2 ເຊັດ 11-9, 3-11, 11-8, 1-11 ແລະ 12-10 ຄະແນນ ຄວ້າແຊັມໄປຄອງຢ່າງງົດງາມ.
ປະເພດດ່ຽວຊາຍ ຣຽວອິຈິ ໂຢຊິຢາມະ (Ryoichi Yoshiyama) ຈາກ ຍີ່ປຸ່ນ ເອົາຊະນະ ເພື່ອນຮ່ວມຊາດ ໂຈ ໂຢໂກຕານິ (Jo Yokotani) 3-1 ເຊັດ 11-5, 15-17, 12-10 ແລະ 11-7 ຄະແນນ ຄວ້າແຊັມໄປຄອງ.
ປະເພດດ່ຽວຍິງ ຄາໂຮະ ອາກາເອະ (Kaho Akae) ມືວາງອັນດັບ 1 ຈາກ ຍີ່ປຸ່ນ ເອົາຊະນະ ລີ ດາອຶນ (Lee Daeun) ຈາກ ສ.ເກົາຫຼີ 3-0 ເຊັດ 11-6, 11-9 ແລະ 11-5 ຄະແນນ ຄວ້າແຊັມໄປຄອງໄດ້ສຳເລັດ.
ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນກິລາປ່ອງປິ່ງແຫ່ງຊາດລາວ ໃຫ້ສຳພາດຕໍ່ສື່ມວນຊົນ ພາຍຫຼັງພິທີມອບຫຼຽນລາງວັນໃນວັນທີ 8 ສິງຫາ
ຜ່ານມາ ວ່າ: ສຳລັບການຈັດແຂ່ງຂັນກິລາປິ່ງປ່ອງລະດັບໂລກ ລາຍການ "WTT Youth Contender Vientiane 2026" (ຄັ້ງທີ 4) ແລະ "WTT Feeder Series" (ຄັ້ງທີ 2) ປະຈຳປີ 2026 ທີ່ ສປປ ລາວເຮົາ ເປັນເຈົ້າພາບ ລະຫວ່າງວັນທີ 30 ກໍລະກົດ ຫາວັນທີ 8 ສິງຫາ 2026 ມີທີມນັກກິລາປິ່ງປ່ອງທົ່ວໂລກເຂົ້າຮ່ວມທັງໝົດ 22 ປະເທດ ມີ 403 ຄົນ ໃນນັ້ນເປັນລາຍການເຍົາວະຊົນ 276 ຄົນ ແລະ ຮຸ່ນທົ່ວໄປ 197 ຄົນ ເຊິ່ງທີມນັກກິລາເຈົ້າພາບລາວເຮົາ ໄດ້ສົ່ງນັກກິລາ ແລະ ຄູເຝິກເຂົ້າຮ່ວມທັງໝົດ 70 ຄົນ ອາຍຸ 9-19 ປີ ສຳລັບຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ມີ 16 ຄົນ ການແຂ່ງຂັນຈະມີທັງປະເພດດ່ຽວ ແລະ ປະເພດຄູ່ປະສົມ ອາຍຸບໍ່ເກິນ 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ ແລະ ຮຸ່ນທົ່ວໄປ ຊີງໄຊທັງໝົດ 32 ລາງວັນ.
ເມື່ອເວົ້າເຖິງຜົນງານຂອງທັບນັກກິລາປິ່ງປ່ອງລາວເຮົາແລ້ວ ຜົນງານດີທີ່ສຸດໃນຮຸ່ນເຍົາວະຊົນ ແລະ ຮຸ່ນຊາວໜຸ່ມ ແມ່ນສາມາດ ສາມາດຍາດໄດ້ ອັນດັບ 3 ຮ່ວມ ໃນປະເພດຍິງດ່ຽວ ແລະ ອັນດັບ 3 ໃນປະເພດຄູ່ປະສົມ. ສ່ວນຮຸ່ນທົ່ວໄປ ແມ່ນສາມາດຜ່ານເຂົ້າເຖິງ ຮອບ 16 ທີມສຸດທ້າຍ ໄດ້ 2 ຄູ່ ໃນປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ.
ໃນໂອກາດນີ້, ທ່ານ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງໃນການເປັນເຈົ້າພາບຈັດງານຄັ້ງນີ້ ໂດຍທ່ານໄດ້ເນັ້ນໜັກວ່າ: "ການທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງລະດັບໂລກ ປີ 2026 ໃນຄັ້ງນີ້ ຖືເປັນກຽດປະວັດສາດ ແລະ ເປັນບາດກ້າວໂດດເດັ່ນຂອງວົງການກິລາລາວ. ເຖິງວ່າຜົນການແຂ່ງຂັນໃນຮຸ່ນທົ່ວໄປຂອງນັກກິລາລາວເຮົາຈະບໍ່ໄດ້ຫຼຽນລາງວັນສູງ ແຕ່ກໍຖືເປັນຜົນສຳເລັດທີ່ໜ້າພູມໃຈຢ່າງຍິ່ງ ເພາະເຮັດໃຫ້ນັກກິລາລາວໄດ້ສະສົມປະສົບການອັນລ້ຳຄ່າ, ໄດ້ປະຊັນສີມື ແລະ ສຳຜັດບັນຍາກາດກັບນັກກິລາມືອາຊີບລະດັບໂລກ. ສ່ວນວ່າຄວາມສຳເລັດໃນການຈັດງານ ແລະ ຜົນງານຂອງນັກກິລາທັງໝົດນີ້ ແມ່ນຍ້ອນການນຳພາ-ຊີ້ນຳຢ່າງໃກ້ຊິດຈາກຄະນະນຳກະຊວງ, ພ້ອມດ້ວຍການສະໜັບສະໜູນ-ອຸປະຖຳຢ່າງແຂງແຮງຈາກພາກສ່ວນທຸລະກິດ, ອົງການຈັດຕັ້ງຕ່າງໆ ແລະ ແຟນໆກິລາທົ່ວປະເທດ ທີ່ຮ່ວມກັນເປັນເຈົ້າພາບທີ່ດີ."
ທ່ານ ປອ ສຳຄັນ ພັນຄະວົງ ກ່າວອີກວ່າ: ເພື່ອພັດທະນາວົງການກິລາປິ່ງປ່ອງລາວ ໃຫ້ມີຄວາມກ້າວໜ້າຢ່າງຍືນຍົງ, ສະຫະພັນປິ່ງປ່ອງແຫ່ງຊາດລາວ
ໄດ້ວາງທິດທາງ ແລະ ແຜນການໃນອະນາຄົດໄວ້ 4 ດ້ານສຳຄັນ ຄື: ເພີ່ມການຈັດການແຂ່ງຂັນພາຍໃນປະເທດໃຫ້ຫຼາຍຂຶ້ນ ເພື່ອໃຫ້ເຕັກນິກ, ທັກສະ ແລະ ປະສົບການ ຂອງນັກກິລາໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ; ມີແຜນສົ່ງນັກກິລາເປົ້າໝາຍໄປເຝິກຊ້ອມຢູ່ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ເພື່ອນຳເອົາວິທະຍາສາດການກິລາ ແລະ ເຕັກນິກໃໝ່ໆ ມາປັບໃຊ້; ລົງຊຸກຍູ້ບັນດາແຂວງໃຫ້ມີການສ້າງຕັ້ງສະຫະພັນປິ່ງປ່ອງປະຈຳແຂວງ ຫຼື ສະໂມສອນ ເພື່ອຄັດເລືອກ ແລະ ສ້າງນັກກິລາຮຸ່ນໃໝ່ເຂົ້າສູ່ທີມຊາດ; ພິເສດອີກໜຶ່ງເປົ້າໝາຍສຳຄັນສູງສຸດ ແມ່ນການກະກຽມຄວາມພ້ອມໃນທຸກດ້ານ ເພື່ອຮັບຮອງການເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງ ຊີງແຊັມອາຊຽນ ໃນປີ 2027 ທີ່ຈະມາເຖິງນີ້
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















