ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ຊິນ​ເນີ ມື 1 ຂອງ​ໂລກ ແລະ ອາວ​ຄາ​ຣາ​​ຊ ມື 2 ຂອງ​ໂລກ ພາດ​ໂອກາດ​ເຂົ້າ​ຮ່ວມ ມາ​​ສ​ເຕີ 1000 Cincinnati Open 2026
ເວລາອອກຂ່າວ: 2026-08-14 09:20:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 249 | ຄວາມນິຍົມ:



ສຳລັບ ຢານ​ນິກ ຊິນ​ເນີ ຈາກ​ອີ​ຕາ​ລີ ອາຍຸ 24 ປີ ຍັງ​ເຈັບ​ຫົວເຂົ່າ ຫຼັງ​ເປັນ​ແຊັມເທັນນິສ ວິມ​ເບີ​ດັນ 2026 ໃນ​ຕົ້ນ​ເດືອນ​ກໍລະກົດ 2026 ຜ່ານ​ມາ ຄາດວ່າ​ອາດ​ຈະ​ເຊົາ​ກັບ​ມາ ລຸຍ​ແກຣນ​ສະ​ແລມ ຢູ​ເອ​​ັສ ໂອ​ເພັນ ໃນ​ທ້າຍ​ເດືອນ​ສິງຫາ 2026 ນີ້. ສຳລັບ ຊິນ​ເນີ ເຂົ້າ​ຊີງ Cincinnati Open ສອງ​ປີ​ຫຼັງ​ສຸດ ແລະ ເປັນ​ແຊັມ​ໃນ​ປີ 2024. ຂະນະ​ທີ່, ຄາ​​ຣລັອສ ອາວ​ຄາ​ຣາ​​ຊ ມື 2 ຂອງ​ໂລກ ອາຍຸ 23 ປີ ແອັດ​ສະ​ປາຍ ຍັງ​ເຈັບ​ຂໍ້ມື​ຍາວ​ມາ​ແຕ່​ເດືອນ​ເມສາ 2026 ພາດ​ໂອກາດ​ຮ່ວມ​ຫຼາຍ​ລາຍການ​ສຳຄັນ ໂດຍ​ສະເພາະ 2 ແກຣນ​ສະ​ແລມ ເຟັນ ໂອ​ເພັນ ແລະ ວິມ​ເບີ​ດັນ. ສຳລັບ ອາວ​ຄາ​ຣາ​​ຊ ເປັນ​ແຊັມ​ເກົ່າ Cincinnati Open ໝາຍ​ຄວາມ​ວ່າ: ປີ​ນີ້ ຈະ​ບໍ່​ມີ​ແຊັມ​ເກົ່າ ແລະ ຮອງ​ແຊັມ. ກ່ອນ​ໜ້າ​ນີ້ ທັງ​ສອງ ໄດ້​ຖອນ​ຕົວ ຈາກ​ລາຍການ Canadian Open 2026 ມາ​​ສ​ເຕີ 10000 ທີ່​ກຳລັງ​ແຂ່ງຂັນ​ປັດຈຸບັນ​ນີ້ ຢູ່​ນະຄອນ​ມອນ​ເທຣ​ໂອ້ ປະເທດ ກາ​ນາ​ດາ ເນື່ອງ​ຈາກ​ຮ່າງກາຍ​ຍັງ​ບໍ່​ພ້ອມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ