ສະຫະພັນກິລາບິນລຽດ-ສະນຸກເກີ ແຫ່ງຊາດລາວ ຈັດເຝິກອົບຮົມກຳມະການຕັດສິນ ລະດັບ Level 1
ເວລາອອກຂ່າວ: 2026-08-14 09:21:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 235 | ຄວາມນິຍົມ: ![]()
ສະຫະພັນກິລາບິນລຽດ-ສະນຸກເກີແຫ່ງຊາດລາວ (LBSF) ໄດ້ຈັດການເຝິກອົບຮົມກຳມະການຕັດສິນກິລາບິນລຽດ ລະດັບ Level 1 ຄັ້ງທຳອິດ ໃນ ສປປ ລາວ, ທີ່ສູນເຝິກກິລາບິນລຽດແຫ່ງຊາດລາວ (LNBA), ສະໂມສອນ ວຽງຈັນບິນລຽດເລົາຈ໌ (VBL) ສູນການຄ້າວຽງຈັນເຊັນເຕີ ລະຫວ່າງວັນທີ 11-12 ສິງຫາ 2026, ເຊິ່ງເປັນນິມິດໝາຍອັນສຳຄັນໃນການສ້າງຮາກຖານດ້ານບຸກຄະລາກອນ, ຍົກລະດັບມາດຕະຖານການຈັດແຂ່ງຂັນ ແລະ ພັດທະນາກິລາບິນລຽດລາວໃຫ້ກ້າວສູ່ລະດັບອານຸພາກພື້ນ, ພາກພື້ນ ແລະ ສາກົນ.
ການເຝິກອົບຮົມຄັ້ງນີ້, ມີກຳມະການຕັດສິນຈາກນະຄອນຫຼວງວຽງຈັນ ແລະ ສະຫະພັນແຫ່ງຊາດເຂົ້າຮ່ວມທັງໝົດ 7 ຄົນ, ເຊິ່ງທາງສະຫະພັນກິລາບິນລຽດ-ສະນຸກເກີ ແຫ່ງຊາດລາວ ໄດ້ເຊີນເອົາວິທະຍາກອນທີ່ຊ່ຽວຊານມາຈາກ ປະເທດສິງກະໂປ, ໂດຍສຸມໃສ່ການໃຫ້ຄຳແນະນຳກ່ຽວກັບການເສີມສ້າງຄວາມຮູ້ ແລະ ທັກສະດ້ານການຕັດສິນ, ຈັນຍາບັນຂອງກຳມະການ, ຂັ້ນຕອນການຄຸ້ມຄອງການ
ແຂ່ງຂັນ, ຄວາມຍຸຕິທຳ ແລະ ການນຳໃຊ້ກົດກະຕິກາຢ່າງຖືກຕ້ອງ. ຫຼັກສູດກວມເອົາກົດກະຕິກາມາດຕະຖານຂອງ World Pool Association (WPA) ສຳລັບອາເມຣິກັນພູລ ປະເພດ 8-Ball, 9-Ball ແລະ 10-Ball, ເພື່ອສ້າງພື້ນຖານໃຫ້ຜູ້ເຂົ້າເຝິກອົບຮົມສາມາດປະຕິບັດໜ້າທີ່ກຳມະການຕັດສິນໄດ້ຢ່າງເປັນທຳ, ຖືກຕ້ອງ ແລະ ສອດຄ່ອງກັບມາດຕະຖານສາກົນ.
ພິທີເປີດການເຝິກອົບຮົມດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ນາງ ເພັດສະໄໝ ພາລາສີ ຫົວໜ້າພະແນກຈັດການແຂ່ງຂັນ ກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ; ທ່ານ ລິຄິດ ອິນທະວົງ, ຮັກສາການ
ປະທານສະຫະພັນກິລາບິນລຽດ-ສະນຸກເກີ ແຫ່ງຊາດລາວ, ທ່ານ ຫົງສາວະດີ ວົງໄຊ ຮອງປະທານສະຫະພັນ, ທ່ານ ໄຊໂກສົນ ຊານຸບານ, ປະທານສູນເຝິກກິລາບີລຽດແຫ່ງຊາດລາວ ແລະ ທ່ານ ຟີລິບ ເທ (Phillip Tay), ວິທະຍາກອນທີ່ໄດ້ຮັບການຮັບຮອງຈາກ Professional Billiard Instructors Asso
ciation (PBIA), ເປັນຜູ້ໃຫ້ຄວາມຮູ້ດ້ານວິຊາການແກ່ຜູ້ເຂົ້າເຝິກອົບຮົມ. ເຊິ່ງບາດກ້າວປະຫວັດສາດ ແລະ ການພັດທະນາຢ່າງຮອບດ້ານຂອງການເຝິກອົບຮົມກຳມະການຕັດສິນຄັ້ງທຳອິດນີ້ ເປັນບາດກ້າວສຳຄັນໃນການສ້າງລະບົບພັດທະນາກິລາບີລຽດໃຫ້ມີຄວາມເຂັ້ມແຂງ, ເປັນລະບົບ ແລະ ເປັນມືອາຊີບຫຼາຍຂຶ້ນ. ກຳມະການຕັດສິນທີ່ມີຄຸນນະພາບ ມີບົດບາດສຳຄັນໃນການຮັບປະກັນ ຄວາມຍຸຕິທຳ, ການນຳໃຊ້ກົດກະຕິກາຢ່າງຖືກຕ້ອງ ແລະ ການຈັດແຂ່ງຂັນຢ່າງເປັນມືອາຊີບ, ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກກິລາ, ຜູ້ຈັດແຂ່ງຂັນ ແລະ ຜູ້ຊົມ. ໂຄງການນີ້, ຍັງສະທ້ອນເຖິງຄວາມມຸ່ງໝັ້ນຂອງສະຫະພັນກິລາບີລຽດ-ສະ
ນຸກເກີ້ ແຫ່ງຊາດລາວ ໃນການຕັ້ງໜ້າພັດທະນາກິລາບິລຽດ-ສະນຸກເກີ້ ຢ່າງຮອບດ້ານ ບໍ່ວ່າຈະເປັນການສ້າງສູນເຝິກກິລາບີລຽດແຫ່ງຊາດລາວ, ການພັດທະນານັກກິລາຮຸ່ນສືບທອດ, ສ້າງຄູເຝິກ, ກຳມະການຕັດສິນ, ທີມງານຈັດການແຂ່ງຂັນ ແລະ ການຍົກລະດັບມາດຕະຖານການແຂ່ງຂັນໃຫ້ເປັນມືອາຊີບ, ເພື່ອສ້າງຮາກຖານທີ່ໝັ້ນຄົງໃຫ້ແກ່ກິລາບີລຽດ-ສະນຸກເກີ້ໃນປະເທດລາວໃນໄລຍະຍາວ.
ທ່ານ ລິຄິດ ອິນທະວົງ ປະທານສະຫະພັນ ໄດ້ກ່າວວ່າ: “ເພື່ອຍົກລະດັບກິລາບີລຽດຂອງລາວໃຫ້ກ້າວໄປສູ່ມາດຕະຖານສາກົນ, ພວກເຮົາຕ້ອງເອົາໃຈໃສ່ໃນການພັດທະນາລະບົບການຈັດການ ແລະ ບໍລິຫານສະຫະພັນກິລາຢ່າງຮອບດ້ານ, ບໍ່ພຽງແຕ່ນັກກິລາ, ແຕ່ລວມເຖິງກຳມະການຕັດສິນ, ຄູເຝິກ, ທີມງານຈັດ
ການແຂ່ງຂັນ ແລະ ລະບົບການແຂ່ງຂັນອີກດ້ວຍ. ການເຝິກອົບຮົມຄັ້ງທຳອິດນີ້ ແມ່ນການສ້າງຮາກຖານອັນສຳຄັນໃນການສ້າງໂອກາດໃຫ້ບຸກຄະລາກອນ ແລະ ນັກກິລາລາວ ກ້າວໄປສູ່ເວທີລະດັບອານຸພາກພື້ນ, ພາກພື້ນ ແລະ ສາກົນ ໃນອານາຄົດ. ສະຫະພັນແຫ່ງຊາດ ຈະສືບຕໍ່ພັດທະນາສູນເຝິກ, ສ້າງກຳມະການຕັດ
ສິນ ໂດຍຜ່ານການຮຽນຮູ້, ການເຝິກປະຕິບັດ ແລະ ປະສົບການຈາກການແຂ່ງຂັນ, ເພື່ອສ້າງກຳມະການລາວຮຸ່ນໃໝ່ທີ່ສາມາດຮອງຮັບການແຂ່ງຂັນລະ
ດັບຊາດ ແລະ ຄ່ອຍໆພັດທະນາກ້າວໄປສູ່ລະດັບພາກພື້ນ ແລະ ສາກົນໃນອະນາຄົດ.
ກຳມະການຕັດສິນທີ່ຜ່ານການອົບຮົມ 7 ຄົນໃນຮຸ່ນທຳອິດນີ້ ຈະເປັນຈຸດເລີ່ມຕົ້ນສຳຄັນໃນການສ້າງກຳມະການຕັດສິນກິລາບິລຽດຮຸ່ນໃໝ່ ແລະ ສ້າງຮາກຖານທີ່ໝັ້ນຄົງໃຫ້ແກ່ອະນາຄົດຂອງກິລາບີລຽດລາວ. ໃນການເຝິກອົບຮົມຄັ້ງນີ້ ບໍ່ແມ່ນພຽງແຕ່ການສ້າງກຳມະການຕັດສິນ, ແຕ່ແມ່ນການລົງທຶນໃສ່ບຸກຄະລາກອນ, ມາດຕະຖານ ແລະ ລະບົບກິລາ ເພື່ອຂັບເຄື່ອນກິລາບິລຽດ-ສະນຸກເກີ້ ລາວໃຫ້ກ້າວໄປຂ້າງໜ້າຢ່າງຍືນຍົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















