ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ມອບ-ຮັບ ໜ້າທີ່ຫົວໜ້າການທະຫານ ກອງພັນ 22
ເວລາອອກຂ່າວ: 2026-08-14 09:21:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 237 | ຄວາມນິຍົມ:



ພິທີ ມອບ-ຮັບ ໜ້າທີ່ ຫົວໜ້າການທະຫານ ກອງພັນ 22 ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2026 ນີ້, ໂດຍມີ ສະຫາຍ ພັນໂທ ສົມສະຄິດ ຄຳຊຸມພູ ຫົວໜ້າການທະຫານ ກອງພັນໃຫຍ່ 202, ສະຫາຍ ພັນໂທ ທອງມາ ແກ້ວນໍລະສຸກ ຫົວໜ້າການເມືອງ ກອງພັນ 22, ມີຕາງໜ້າຂະແໜງການທີ່ກ່ຽວຂ້ອງ, ມີຄະນະພັກ-ຄະນະບັນຊາກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາກອງພັນ 22 ກອງພັນໃຫຍ່ 202 ກອງພົນທີ 2 ໃນນັ້ນ, ແຕ່ງຕັ້ງ ສະຫາຍ ພັນຕີ ສີສະຫວາດ ໄຊຍະຮຽມ ເປັນຫົວໜ້າການທະຫານ ກອງພັນ 22 (ຜູ້ໃໝ່). ຈາກນັ້ນ, ສະຫາຍ ພັນໂທ ບຸນລ້ອມ ສະຫງ່າພອນ ຫົວໜ້າການທະຫານ (ຜູ້ເກົ່າ) ແລະ ສະຫາຍ ພັນຕີ ສີສະຫວາດ ໄຊຍະຮຽມ ຫົວໜ້າການທະຫານ (ຜູ້ໃໝ່) ໄດ້ລົງນາມບົດບັນທຶກ ມອບ-ຮັບ ໜ້າທີ່ ຢ່າງເປັນທາງການ. ໂດຍ : ຄຳຊາຍ ກວ່າງຄຸນສີ ພາບໂດຍ : ເຕັບ ວໍພິສະກຸນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ