ກົມໃຫຍ່ເສນາທິການກອງທັບ ສະຫຼຸບການກໍ່ສ້ງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2025
ເວລາອອກຂ່າວ: 2026-08-14 11:53:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 878 | ຄວາມນິຍົມ: ![]()
ວັນທີ 14 ສິງຫາ 2026 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບການກໍ່ສ້ງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026 ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກອົງການກົມໃຫຍ່ເສນາທິການກອງທັບ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພະນັກງານສະມາຊິກ ພັກເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ບົວຄໍາ ສາມາວົງ ກຳມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ຂອງຄະນະພັກກົມໃຫຍ່ເສນາທິການກອງທັບ, ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ຄື: ໃນ 1 ປີຜ່ານມາ ດ້ານຄຸນທາດການເມືອງ: ຖັນແຖວພະນັກງານ-ສະມາຊິກພັກ ມີອຸດົມການທາງດ້ານການເມືອງ, ຍຶດໝັ້ນອຸດົມການສັງຄົມນິຍົມ, ມີທັດສະນະຫຼັກໝັ້ນຊົນຊັ້ນຈຳແນກໄດ້ມິດ ແລະ ສັດຕູຈະແຈ້ງ, ຕ້ານໄດ້ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາພັດທະນາປະເທດຊາດ ແລະ ຫ້າວຫັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ດ້ານຄຸນສົມບັດສິນທຳປະຕິວັດ: ສະມາຊິກພັກ ມີນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ ສະແດງອອກໃນການປະຕິບັດຄໍາສັ່ງຫັນພາວະກຽມພ້ອມສູ້ຮົບ ແລະ ວຽກງານເຄື່ອນໄຫວເຮັດໃຫ້ສະພາບໃນຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບ, ສືບຕໍ່ຮັກສາມູນເຊື້ອ ແລະ ນໍ້າໃຈຮັກຊາດ, ກຽມພ້ອມຮັບເອົາທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງໄດ້ມອບໝາຍໃຫ້, ບໍ່ລັງເລ ທໍ້ຖອຍຕໍ່ຄວາມຫຍຸ້ງຍາກໃດໆ, ມີຄວາມດຸໝັ່ນອົດທົນ, ສັດຊື່, ປະຢັດ, ປອດໃສ ແລະ ມີລະບຽບວິໄນດີ ແລະ ເຄົາລົບ ລະບຽບ, ກົດໝາຍ, ມີຄວາມສາມັກຄີພາຍໃນດີ, ດ້ານແນວຄິດ: ມີແນວຄິດການເມືອງໜັກແໜ້ນ, ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ ຂອງພັກ, ປົກປ້ອງແນວທາງແຜນນະໂຍບາຍຂອງພັກ, ສະກັດກັ້ນຕ້ານໄດ້ແນວຄິດຢາກໃຫ້ມີຫຼາຍພັກ, ຫຼາຍເຄົ້າ, ຈຸ້ມເຈື້ອ, ພັກພວກ, ກຸ່ມກ້ອນ, ພະຍາດອາດຍາສິດ, ເອກະຊົນ, ແນວຄິດສວຍໂອກາດສໍ້ລາດບັງຫຼວງສວຍໃຊ້ໜ້າທີ່ຫາຜົນປະໂຫຍດສ່ວນຕົວ ແລະ ແນວຄິດອັກຄະຕິອື່ນໆ ໄດ້ທັນເວລາ, ດ້ານການຈັດຕັ້ງ: ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ກົດໝາຍປ້ອງກັນຊາດ, ກົດໝາຍນາຍທະຫານໄດ້ຢ່າງເຂັ້ມງວດ, ມີສະຕິເຂົ້າຮ່ວມເຄື່ອນໄຫວດໍາເນີນຊີວິດການເມືອງຂອງຈຸພັກ, ໜ່ວຍພັກ ແລະ ເສຍເງິນສະຕິພັກຖືກຕ້ອງຕາມກົດລະບຽບຂອງພັກທັນເວລາ, ດ້ານແບບແຜນນໍາພາ-ວິທີເຮັດວຽກ ໄດ້ຍຶດໝັ້ນໃນການປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ມອບໝາຍໃຫ້ບຸກຄົນຮັບຜິດຊອບ, ຢ່າງຈະແຈ້ງ, ນໍາພາຕາມແຜນການ, ຕາມມະຕິ ມີການຊຸກຍູ້ຕິດຕາມ, ກວດກາ, ສະຫຼຸບຖອດຖອນບົດຮຽນ ແລະ ລາຍງານໃຫ້ຂັ້ນເທິງເປັນປົກກະຕິ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ: ບັນດາຄະນະພັກ, ສະມາຊິກພັກໄດ້ເປັນແບບຢ່າງໃນການ ນໍາພາປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ມອບໝາຍ ເປັນຕົ້ນແມ່ນການນໍາພາຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ມີຜົນສຳເລັດ ແລະ ມີບັນຍາກາດຟົດຟື້ນ, ການສະກັດກັ້ນ ແລະ ແກ້ໄຂສະພາບປະກົດ ການຫຍໍ້ທໍ້ພາຍໃນໄດ້ທັນເວລາ. ນອກນີ້, ບັນດາວຽກງານອື່ນໆ ກໍໄດ້ຮັບການນໍາພາຈັດຕັ້ງປະຕິບັດສໍາເລັດຕາມແຜນການ ຂອງບັນດາກົມ, ຫ້ອງການ ແລະ ບັນດາກົມກອງຮາກຖານ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ.
ພ້ອມດຽວກັນນີ້, ຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນດາກົມກອງທີ່ຂຶ້ນກັບ ຄະນະພັກກົມໃຫຍ່ເສນາທິການກອງທັບ ປະຈໍາປີ 2025 ແລະ ມອບໃບຢັ້ງຢືນໃຫ້ບັນດາກົມກອງຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນປີຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນ ຕະຫຼອດຮອດສະມາຊິກພັກ ຈົ່ງພ້ອມກັນສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ຕໍ່ເນື່ອງ, ປັບປຸງແບບແຜນວິທີເຮັດວຽກໃຫ້ຮັດກຸມ ແລະ ມີປະສິດທິພາບ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ມີການສໍາຫຼວດກວດກາ, ດໍາເນີນຊີວິດການເມືອງພາຍໃນຮາກຖານພັກ, ໜ່ວຍພັກ, ຈຸພັກໃຫ້ເປັນປົກກະຕິ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຄົ້ນຄວ້າຮໍ່າຮຽນໃຫ້ຮອບດ້ານ ເພື່ອນຳມາພັດທະນາຕົນເອງ ແລະ ວຽກງານທີ່ຕົນຜິດຊອບ ໃຫ້ດີຂຶ້ນກວ່າເກົ່າ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ຢ່າງເຂັ້ມງວດ, ສ້າງຄວາມສາມັກຄີພາຍໃນ, ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອເຮັດສໍາເລັດໜ້າທີ່ຕາມການມອບໝາຍ ຂອງຂັ້ນເທິງ.
ໂດຍ: ຈອນນີ້
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















