ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 12 ກັນຍາ 2026

  

ປະກາດ​ການ​ເລື່ອນ​ຊັ້ນ ແລະ ຍ້ອງຍໍ​ຜົນງານ 5 ປີ ຢູ່​ສາງ ອ 5
ເວລາອອກຂ່າວ: 2026-08-17 08:41:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 116 | ຄວາມນິຍົມ:



ພິທີປະກາດ​ການ​ເລື່ອນ​ຊັ້ນ ແລະ ຍ້ອງຍໍ​ຜົນງານ 5 ປີ ໃຫ້​ພະນັກງານ-ນັກຮົບຢູ່​ສາງ ອ5 ທີ່​ຂຶ້ນ​ກັບ​ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ຈັດ​ຂຶ້ນ​ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນເອກ ວຽງ​ທອງ ພັດທະ​ສິດ ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດ ພະນັກງານ-ນັກຮົບ ທົ່ວ​ສາງ ອ5 ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພອນ ຄຳ​ຮຸ່ງ ຫົວໜ້າ​ພະ​ແນກ​ນະໂຍບາຍ ຫ້ອງ​ການເມືອງ ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຂໍ້​ຕົກລົງຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ ຢູ່​ສາງ ອ 5 ຈຳນວນ 6 ສະຫາຍ ໃນ​ນີ້, ເລື່ອນ​ຊັ້ນ ຮ້ອຍ​ເອກ ຂຶ້ນ ພັນຕີ 2 ສະຫາຍ, ເລື່ອນ​ຊັ້ນ ຮ້ອຍ​ຕີ ຂຶ້ນ​ຮ້ອຍ​ໂທ 3 ສະຫາຍ ແລະ ເລື່ອນ​ຊັ້ນ ວາທີ ຂຶ້ນ​ຮ້ອຍ​ຕີ 1 ສະຫາຍ. ພ້ອມ​ກັນ​ນີ້, ກໍ​ໄດ້​ຜ່ານ​ລັດ​ຖະ​ດຳລັດຂອງ​ນາຍົກ​ລັດ​​ຖ​ະ ມົນຕີ ວ່າ​ດ້ວຍ​ການ​ປະດັບ​ຫຼຽນ​ກາ​ແຮງ​ງານ​ໃຫ້​ນາຍ​ທະຫານທີ່​ໄດ້​ປະກອບສ່ວນ​ເຫື່ອແຮງ, ສະຕິ​ປັນຍາເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບຕະຫຼອດໄລ ຍະ 5 ປີ ເນື່ອງ​ໃນ​ໂອກາດສະ ເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງ ທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ ຢູ່​ສາງ ອ 5 ໃນ​ນີ້, ປະດັບ​ຫຼຽນ​ກາ​ແຮງ​ງານ 45 ສະຫາຍ ແລະ ໃບ​ຍ້ອງຍໍ​ລັດຖະບານ 11 ສະຫາຍ. ໂດຍ: ຫຼ້າ ສີ​ແພງ​ຫຼ້າ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ