ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 12 ກັນຍາ 2026

  

ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ແມ່ນ​ກຸນແຈ​ສຳຄັນ ເພື່ອ​ພັດທະນາ​ຊົນນະບົດ ໃຫ້​ມີ​ຄວາມ​ຍືນ​ຍົງ
ເວລາອອກຂ່າວ: 2026-08-17 08:45:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:



ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ພັດທະນາ​ຊົນ​ລະ​ບົດ ແມ່ນ​ວຽກ​ຍຸດ​ທະ​ສາດ​ໜຶ່ງ​ຂອງ​ການ​ພັດທະນາ​ປະເທດ​ຊາດ. ໃນ​ໄລຍະ​ຜ່ານ​ມາ, ໂດຍ​ໄດ້​ຮັບ​ການ​ຊີ້​ນຳ-ນຳພາ​ຈາກ​ຄະນະ​ພັກ-ຄະນະ​ບັນຊາກອງພົນ​ທີ 5, ກອງພັນ​ໃຫຍ່ 502 ໄດ້ຈັດຕັ້ງ​ ກຳລັງ ລົງ​ກໍ່ສ້າງ​ຮາກ​ຖານ​ການ ເມືອງ​ພັດທະນາ​ຊົນ​ລະ​ບົດຕາມ​ມູນເຊື້ອ​ຂອງ​ກອງທັບ ໃນ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ ໂດຍ​ມີ​ພະນັກງານ​ກໍ່ສ້າງ​ຮາກ​ຖານ 56 ສະຫາຍ ລົງ​ໃນ 3 ເມືອງ, 1 ເຂດ, 17 ບ້ານ ໃນ​ນີ້, ມີ 09 ບ້ານ ຂອງ​ເມືອງ​ປາກ​ຊ່ອງ ແຂວງ​ຈຳປາ​ສັກ, 02 ບ້ານ ຂອງ​ເມືອງ​ເລົ່າ​ງາມ ແຂວງ​ສາລະ​ວັນ ແລະ 06 ບ້ານ ຂອງ​ເມືອງ​ທ່າ​ແຕງ ແຂວງ​ເຊ​ກອງ. ສະຫາຍ ພັນ​ເອກ ເພັດ​ລວງ​ຄຳ ວິໄລ​ທອນ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 502 ໃຫ້​ຮູ້​ວ່າ: ບົນ​ພື້ນຖານ​ການຈັດຕັ້ງ​ປະຕິບັດ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ກົມ​ກອງ​ໄດ້​ປະສານ​ສົມທົບ​ກັບ​ອົງການ​ປົກຄອງ​ທ້ອງຖິ່ນ ຕິດຕາມ​ກຳ​ແໜ້ນ ສະພາບ​ການເມືອງ-ແນວ​ຄິດ, ຫາງ​ສຽງ​ສັງຄົມ ແລະ ບັນ ດາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ຂອງ​ພະນັກງານ-ນັກຮົບ ແລະ ພໍ່​ແມ່​ປະຊາຊົນ, ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ແນວທາງ​ນະໂຍບາຍ​ຂອງ​ພັກ, ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ລັດ 5 ປີ ຄັ້ງ​ທີ IX, ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ, ເອກະສານ ການ​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ແລະ ເອກະສານ ຕ້ານ​ການ​ຫັນປ່ຽນ​ໂດຍ​ສັນຕິ ຕິດ​ພັນ​ກັບ​ລະບອບ​ດຳເນີນ​ຊີວິດ​ປະຈຳ​ເດືອນ, ປະຈຳ​ໄຕ​ມາດ ແລະ ປະ ຈຳ​ປີ. ພ້ອມ​ດຽວ​ກັນ​ນັ້ນ, ໄດ້​ກຳ​ ສະພາບ​ການເຄື່ອນໄຫວຂອງ​ ກຸ່ມ​ຄົນ​ບໍ່​ຫວັງ​ດີ ຢູ່​ພາຍ​ໃນ ແລະ ພາຍ​ນອກ ທີ່​ເຄື່ອນ​ໄຫວ​ຜິດ​ຕໍ່​ແນວທາງ ເພື່ອ​ຊອກ​ວິທີ​ການ​ແກ້​ໄຂ​ໃຫ້​ທັນ​ເວລາ; ຈັດ​ຕັ້ງ​ກຳລັງ​ປ້ອງ​ກັນ​ເວນຍາມ ໃນ​ໂອກາດ​ກອງ​ປະຊຸມ​ຂັ້ນ​ຕ່າງໆ, ງານ​ບຸນ​ປະເພນີ, ການ​ນຳ​ພັກ-ລັດ ທີ່​ມາ​ເຮັດ​ວຽກ, ແຂກ​ພາຍ​ໃນ ແລະ ຕ່າງປະເທດ ທີ່​ມາ​ທ່ອງ​ທ່ຽວ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ 100%; ມີ​ລະບົບ​ປະຈຳການ, ມີ​ແຜນການ​ປ້ອງ​ກັນ​ຂັ້ນ​ບ້ານ ແລະ ແລກປ່ຽນ​ສະພາບ​ຮອບດ້ານ​ຮ່ວມ​ກັນ​ໃນ​ແຕ່​ລະ​ເດືອນ. ນອກຈາກ​ນີ້, ຍັງ​ໄດ້​ປະສານ​ສົມທົບ ໃນ​ການ​ຄຸ້ມ​ຄອງ​ກຳ​ແໜ້ນ ຈຳນວນ​ພົນ​ຂອງ​ບ້ານ, ຄົນ​ພາຍ​ໃນ ແລະ ຕ່າງປະເທດ ທີ່​ມາ​ພັກ​ເຊົາ, ຄົນ​ຕ່າງປະເທດ​ທີ່​ມາ​ສ້າງ​ຄອບຄົວ ແລະ ມາ​ດຳເນີນ​ທຸລະ​ກິດ. ພ້ອມ​ກັນ​ນີ້, ກົມ​ກອງ​ໄດ້​ປະສານ​ສົມທົບ​ກັບ​ບ້ານ ກໍ​ຄື ນຳພາ​ພໍ່​ແມ່​ປະຊາຊົນ ແລະ ພະນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​ແຫ່ງ​ລັດ ກໍ​ຄື ທິດ​ນຳ​ຂອງ​ກອງທັບ ວ່າ​ດ້ວຍ “ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ” ຕາມ​ເງື່ອນໄຂ ແລະ ທ່າແຮງ​ຂອງ​ທ້ອງຖິ່ນ ຕົ້ນຕໍ ແມ່ນ​ການ​ຜະລິດ​ກະສິກຳ (ການ​ລ້ຽງສັດ-ປູກຝັງ) ແລະ ການ​ບໍລິການ​ຈຳນວນ​ໜຶ່ງ, ຊຸກຍູ້​ຫົວໜ່ວຍ​ຄອບຄົວ ສ້າງ​ເສດຖະກິດ​ຜະລິດ​ເປັນ​ສິນຄ້າ ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ ພົ້ນ​ເດັ່ນ ແມ່ນ​ມີ​ຫຼາຍ​ຄອບຄົວ ເປັນ​ຕົວ​ແບບ​ໃນ​ການ​ປູກ​ກາເຟ ແລະ ປຸງ​ແຕ່ງ​ຜະລິດ​ຕະ​ພັນ​ກາເຟ​ສົດ ຈຳໜ່າຍ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ຈົນ​ສາມາດ​ລຶບລ້າງ​ຄອບຄົວ​ທຸກ​ຍາກ​ໄດ້ 100%. ດ້ານ​ການ​ສຶກ​ສາ ແລະ ສາທາ ລະນະ​ສຸກ, ໄດ້​ສົມທົບ​ກັບ​ອົງການ​ປົກຄອງ​ບ້ານ ແລະ ຂະແໜງການ​ທີ່​ກ່ຽວຂ້ອງ ປະຕິບັດ​ແຜນ​ພັດ ທະນາ​ການ​ສຶກ​ສາ, ເອົາໃຈໃສ່​ຊຸກຍູ້​ພໍ່​ແມ່​ຜູ້​ປົກຄອງສົ່ງເສີມ​ລູກ​ຫຼານ​ເຂົ້າ​ໂຮງຮຽນ ໃນ​ເກນ​ອາຍຸ​ໄວ​ຮຽນ​ກວມ 80%. ປະຊາຊົນ​ໄດ້​ປະກອບສ່ວນ​ດ້ານ​ທຶນຮອນ ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ໂຄງ​ລ່າງ​ພື້ນຖານ ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ ໃຫ້​ແກ່​ການ​ຮຽນ-ການ​ສອນ, ບັນດາ​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ຂອງ​ທ້ອງຖິ່ນ ໄດ້​ລົງ​ໂຄສະນາ​ສຸ​ຂະ​ສຶກ​ສາ ຕ້ານ​ພະຍາດ​ລະບາດ​ຕາມ​ລະດູ​ການ, ບ້ານ​ມີ​ສຸກສາລາ, ມີ​ແພດ​ປະຈຳ​ບ້ານ, ມີ​ນ້ຳ​ສະອາດ​ຊົມໃຊ້ ແລະ ມີ​ວິດຖ່າຍ 100%. ພໍ່​ແມ່​ປະຊາຊົນ ຍັງ​ຮັກສາ​ໄດ້​ວັດທະນະທຳ ແລະ ຮີດຄອງ​ປະ ເພນີ​ອັນ​ດີງາມ​ຂອງ​ຊາດ ຕາມ​ຮີດ 12 ຄອງ 14, ປະຊາຊົນ​ຖື​ສາດສະໜາ​ພຸດ ກວມ 70%, ມີ​ຄອບຄົວ​ປະຕິວັດ 968 ຄອບຄົວ, ບ້ານ​ພື້ນຖານ 17 ບ້ານ, ຄອບຄົວ​ພື້ນຖານ 568 ຄອບຄົວ, ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 3 ບ້ານ, ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 1.093 ຄອບຄົວ ແລະ ບ້ານ​ວັດທະນະທຳ 13 ບ້ານ. ພ້ອມ​ນັ້ນ, ຍັງ​ໄດ້​ປະສານ​ສົມທົບ​ແໜ້ນ ​ລະຫວ່າງ​ກົມ​ກອງກັບ​ຄະນະ ​ພັກ-ອົງການ​ປົກຄອງບ້ານ ເພື່ອ ​ປັບປຸງແບບແຜນ​ວິທີເຮັດວຽກ ຕາມ​ຫຼັກການ​ລວມ​ສູນ​ປະຊາທິ ປະໄຕ, ປະຕິບັດ​ລະບອບ​ປະຊຸມ​ສ່ອງ​ແສງ​ລາຍ​ງານ​ຕາມ​ລະບຽບ​ຫຼັກການ. ຈາກ​ຜົນສຳເລັດ​ທີ່​ຍາດ​ມາ​ໄດ້​ນັ້ນ, ເຫັນ​ວ່າຍັງ​ມີ​ດ້ານ​ຄົງ ​ຄ້າງ​ຈຳນວນ​ໜຶ່ງ​ທີ່​ຈະ​ຕ້ອງໄດ້​ ປັບປຸງ​ແກ້​ໄຂເປັນຕົ້ນແມ່ນວຽກ ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ເຮັດ​ຍັງ​ບໍ່​ທັນ​ໄດ້​ເລິກເຊິ່ງ ເຮັດ​ໃຫ້​ປະຊາຊົນ​ຈຳນວນ​ໜຶ່ງ ບໍ່​ທັນ​ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ​ຂອງ​ພັກ ແລະ ກົດ ໝາຍ​ຂອງ​ລັດ; ການ​ປະສານ​ສົມ ທົບ​ຂອງ​ບັນດາ​ຂະແໜງການ​ທີ່​ກ່ຽວຂ້ອງ ຍັງ​ບໍ່​ທັນ​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ດີ. ຜ່ານ​ການຈັດຕັ້ງ​ປະຕິບັດວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ໃນ​ໄລຍະ​ຜ່ານ​ມາ ສາມາດ​ເຮັດ​ໃຫ້​ພໍ່​ແມ່​ປະຊາຊົນ ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຕໍ່ກັບແນວ ທາງ​ຂອງ​ພັກ-ລັດ ໃນ​ການ​ປົກ​ ປັກ​ຮັກສາ ແລະ ສ້າງສາ​ພັດທະ ນາ​ປະເທດ​ຊາດ, ເວົ້າ​ສະເພາະ​ແມ່ນວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ພາຍ​ໃນ​ບ້ານ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ແຕ່​ລະ​ຄອບຄົວ​ມີການ ​ພັດທະນາຊີວິດ​ການ​ເປັນ​ຢູ່​ນັບ​ມື້​ດີ​ຂຶ້ນ. ສະຫາຍ ພັນ​ເອກ ເພັດ​ລວງ​ຄຳ ວິໄລ​ທອນ ໃຫ້​ຮູ້​ຕື່ມ​ວ່າ: ແຜນການ​ວຽກ​ງານ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2026 ນີ້, ກອງພັນ​ໃຫຍ່ 502 ຈະ​ສຸມໃສ່ເພີ່ມ​ທະວີ​ການສຶກສາ​ ອົບຮົມ​ການເມືອງ-ແນວ​ຄິດ ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ ແລະ ປະຊາຊົນ ເຊື່ອມຊຶມແນວທາງ ​ປ່ຽນແປງ​ໃໝ່​ຂອງ​ພັກ-ລັດ ຢ່າງ ເລິກເຊິ່ງ, ມີ​ສະຕິ​ລະວັງຕົວ, ຈຳ ແນກ​ມິດ-ສັດຕູ​ຢ່າງ​ຈະແຈ້ງ, ເດັດດ່ຽວ​ທັບ​ມ້າງ​ກົນອຸບາຍ​ຫັນ ປ່ຽນ​ໂດຍ​ສັນຕິ, ເພີ່ມ​ທະວີວຽກ​ ງານ ​ປກຊ-​ປກສ ທົ່ວ​ປວງຊົນ, ປັບປຸງ​ກຳລັງ ​ປກຊ-​ປກສ ຮາກ​ຖານ​ໃຫ້​ເຂັ້ມແຂງ, ຕອບ​ຕ້ານ​ປະກົດ​ການ​ຫຍໍ້ທໍ້​ໃຫ້​ທັນ​ເວລາ, ປ້ອງ​ກັນ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ສຳ ຄັນ​ຕ່າງໆ ໃຫ້​ມີ​ຄວາມ​ສະຫງົບ-ປອດ​ໄພ 100%, ຊຸກຍູ້​ການ​ພັດ ທະນາ​ເສດຖະກິດ-ສັງຄົມ, ນຳ ພາ​ປະຊາຊົນ ສ້າງ​ເສດຖະກິດ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ, ສົ່ງ ເສີມ​ການ​ປູກ-ການ​ລ້ຽງ, ຫັດຖະ ກຳ​ຈັກສານ, ສົ່ງເສີມ​ການ​ສຶກ​ສາ, ວຽກ​ງານ 3 ສະອາດ ແລະ ຮັກສາ​ວັດທະນະທຳ​ອັນ​ດີງາມ, ເພີ່ມ​ທະວີ​ບົດບາດ​ການ​ນຳພາ​ຂອງ​ພັກ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກຕາມ​ຫຼັກການ​ລວມສູນ ​ປະຊາທິປະໄຕ, ຄຸ້ມ​ຄອງ​ປະຊາ ກອນ ແລະ ຄົນ​ຕ່າງປະເທດ ໃຫ້​ເຄື່ອນ​ໄຫວ​ຖືກຕ້ອງ​ຕາມ​ກົດໝາຍ​ຢ່າງ​ເຂັ້ມ​ງວດ. ສັງ​ລວມ​ແລ້ວວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕິດ​ພັນ​ກັບ ການ​ຮັກສາ​ຄວາມ​ສະຫງົບ ແມ່ນ ກຸນແຈ​ສຳຄັນ ທີ່​ເຮັດ​ໃຫ້​ປະຊາຊົນ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ, ເມື່ອ​ຮາກ​ຖານ​ມີ​ຄວາມ​ສະຫງົບ, ປະຊາຊົນ​ກໍ​ມີ​ຄວາມ​ອົບ​ອຸ່ນ ແລະ ສຸມ​ໃສ່​ການ​ພັດທະນາ​ຊີວິດ​ການ​ເປັນ​ຢູ່ ໃຫ້​ດີ​ຂຶ້ນ​ເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ