ກະຕໍ້ຊາຍທີມຊາດລາວ ໄດ້ອັນດັບ 3 ຮ່ວມ ການແຂ່ງຂັນກະຕໍ້ຊີງແຊັມໂລກ ຄິງຄັບ ຄັ້ງທີ 39
ເວລາອອກຂ່າວ: 2026-08-17 09:35:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ: ![]()
ກະຕໍ້ ຊາຍທີມຊາດລາວ ສູ້ເຕັມທີ່ແລ້ວ ໄດ້ອັນດັບ 3 ຮ່ວມ ການແຂ່ງຂັນກະຕໍ້ຊີງແຊັມໂລກ ຄິງຄັບ ຄັ້ງທີ 39 ທີ່ປະເທດໄທ ລະຫວ່າງວັນທີ 4-11 ສິງຫາ 2026, ຮອບ 4 ທີມສຸດທ້າຍ ກະຕໍ້ ທີມຊຸດຊາຍ ທີມຊາດລາວ ຕ້ານ ທີມຊາດໄທ ເບີ 1 ຂອງໂລກບໍ່ໄຫວ ເສຍ 0-2 ທີມ ໄດ້ຫຼຽນທອງ ຫຼື ອັນດັບ 3 ຮ່ວມກັບ ອິນໂດເນເຊຍ. ສ່ວນຫຼຽນຄຳ ຫຼື ແຊັມເປັນຂອງ ໄທ ເຈົ້າພາບ, ຫຼຽນເງິນ ມາເລເຊຍ. ນອກຈາກນີ້, ກະຕໍ້ລາວເຮົາ ຍັງໄດ້ອີກ 2 ຫຼຽນທອງ ຈາກລາຍການ ທີມຍິງ-ທີມຊາຍ ກະຕໍ້ລອດບ້ວງ. ລວມໄດ້ 3 ຫຼຽນທອງ ໃນການຊີງແຊັມໂລກຄັ້ງນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















