ວຕກ ປະກາດການຊັບຊ້ອນໜ້າທີ່ ໃຫ້ພົນທະຫານ
ເວລາອອກຂ່າວ: 2026-08-17 11:04:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 571 | ຄວາມນິຍົມ: ![]()
ວັນທີ 14 ສິງຫາ 2026 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ປະກາດການຊັບຊ້ອນໜ້າທີ່ ໃຫ້ພົນທະຫານ ປະຈຳປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ອຳນວຍການ, ຫົວໜ້າການທະຫານ ວຕກ, ມີບັນດາຄະນະຫ້ອງ, ຄະນະວິຊາຄູ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳຮັກ ຄຳແສງທະນົງ ຮອງຫົວໜ້າຫ້ອງການ-ບໍລິຫານ ວຕກ ໄດ້ຜ່ານແຜນການຊັບຊ້ອນ ພົນທະຫານ ປະຈຳປີ 2026 ໂດຍປະຕິບັດຕາມລະບຽບການ ຂອງນາຍສິບ ແລະ ພົນທະຫານ ໃນກອງທັບປະຊາຊົນລາວ, ອີງຕາມບົດລາຍງານ ແລະ ການສະເໜີ ຂອງແຕ່ລະພາກສ່ວນເພື່ອຂໍພະນັກງານ ແລະ ພົນທະຫານ ຊ່ວຍວຽກຢູ່ແຕ່ລະອົງການທີ່ຂຶ້ນກັບ ວຕກ. ອີງຕາມກອງປະຊຸມ ຂອງຄະນະອຳນວຍການ ວຕກ ວ່າດ້ວຍການຄົ້ນຄວ້າຄັດເລືອກເອົາບຸກຄະລາກອນ (ທະຫານໃໝ່) ປະກອບຊ່ວຍວຽກ ຢູ່ແຕ່ລະພາກສ່ວນ ຕາມວິຊາສະເພາະທີ່ໄດ້ຮຽນມາ ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ສິບຕີ ດ່າລິ້ງ ວົງວິໄລ ເປັນຊ່ວຍວຽກພະແນກສື່ສານ ຫ້ອງການ-ບໍລິຫານ, ສິບຕີ ແບັກຊັນເດີ ວັນນະຈິດ ປະກອບໃຫ້ ຄະນະວິຊາວິທະຍາສາດພື້ນຖານ, ສິບຕີ ນາງ ເອື້ອໃຈ ຄະວົງສາ ຊ່ວຍວຽກພະແນກແຜນການ ຫ້ອງອົບຮົບ, ສິບຕີ ບຸນມີ ເພັງສະຫວັນ ຊ່ວຍວຽກພະແນກນະໂຍບາຍ ຫ້ອງການເມືອງ, ສິບຕີ ອານົງ ໄຊຍະລາດ ຊ່ວຍວຽກພະແນກແຜນການ ຫ້ອງເຕັກນິກ, ສິບຕີ ນາງ ຫຼ້າ ສຸວັນວິໄຊ ເປັນເລຂາ ຫົວໜ້າການທະຫານ, ສິບຕີ ນາງ ສ້ອຍມະນີ ດວງຜາສຸກ ຊ່ວຍວຽກພະແນກບໍລິຫານ ຫ້ອງການ-ບໍລິຫານ.
ໂດຍ: ໄຂຄຳ ພົມມະສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















