ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 12 ກັນຍາ 2026

  

ຄະນະການນຳແຂວງບໍ່ແກ້ວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງດຽນບຽນ
ເວລາອອກຂ່າວ: 2026-08-17 15:34:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 519 | ຄວາມນິຍົມ:



ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງດຽນບຽນ ສສ ຫວຽດນາມ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິນ ຕ່ຽນ ຊຸງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຕາງໜ້າພະແນກການກ່ຽວຂ້ອງ ໃນຕອນບ່າຍ ຂອງວັນທີ 16 ສິງຫາ 2026, ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງດຽນບຽນ ສສ ຫວຽດນາມ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຕີລາຄາ ໝາກຜົນ ຂອງການພົວພັນຮ່ວມມື ລະຫວ່າງສອງແຂວງ ບໍ່ແກ້ວ-ດຽນບຽນ ໃນໄລຍະຜ່ານມາ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄືສອງແຂວງ ບໍ່ແກ້ວ-ດຽນບຽນ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ໃຫ້ນັບມື້ໄດ້ຮັບການຂະຫຍາຍຍິ່ງໆ ຂຶ້ນ. ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັນຢ່າງໃກ້ຊິດ ໃນດ້ານຕ່າງໆ ເຊັ່ນ: ດ້ານການເມືອງ ແລະ ການຕ່າງປະເທດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງເສດຖະກິດ, ດ້ານວັດທະນະທໍາ-ສັງຄົມ ແລະ ການສຶກສາ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງໆ ຂຶ້ນ. ໂອກາດນີ້, ສະຫາຍ ເຈິນ ຕ່ຽນ ຊຸງ ໄດ້ສະແດງຄວາມໂສກເສົ້າເສຍໃຈຕໍ່ການຈາກໄປ ຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເຊິ່ງເປັນໜຶ່ງໃນບຸກຄົນທີ່ມີຜົນງານ, ຄຸນງາມຄວາມດີ ແລະ ການເຄື່ອນໄຫວປະຕິວັດ ອຸທິດເຫື່ອແຮງ ສະຕິປັນຍາ ແລະ ຄວາມຮູ້ ຄວາມສາມາດຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມດຽວກັນນີ້, ຂໍສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຂອງສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ພ້ອມດ້ວຍຄະນະ ພ້ອມທັງ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້. ຂະນະດຽວກັນ, ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ຕໍ່ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ທັງລາຍງານຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ສະພາບພາຍໃນແຂວງບໍ່ແກ້ວ ແລະ ຖືໂອກາດອັນມີຄວາມໝາຍສຳຄັນນີ້, ສະຫາຍ ໄດ້ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງສະເໝີຕົ້ນສະເໝີປາຍ ນັບທັງພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດມາ. ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄື ແຂວງບໍ່ແກ້ວ ແລະ ແຂວງດຽນບຽນ ຈົ່ງໝັ້ນຄົງຂະໜົງແກ່ນຊົ່ວກາລະນານ. ໂດຍ: ຈ.ຈັນທະລິດ ພາບໂດຍ: ສາຍສະໝອນ ແກ້ວວິສິດ (ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ