ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 12 ກັນຍາ 2026

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-08-17 15:53:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 557 | ຄວາມນິຍົມ:



ວັນທີ 14 ສິງຫາ 2026 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນ, ມີສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີຄະນະພັກ-ຄະນະອຳນວຍການ, ອົງການ, ຫ້ອງ, ກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສີໄພ ພີມມະວົງ ຮອງຫົວໜ້າຫ້ອງການ-ບໍລິຫານ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ແລະ ນັກຮຽນ ໄດ້ເຊື່ອມຊຶມ, ກຳແໜ້ນ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ຕິດພັນກັບການຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງເປັນຂະບວນການຟົດຟື້ນ ປິ່ນອ້ອມ 4 ໜ້າທີໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ, ເອົາໃຈໃສ່ປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນ ໃຫ້ນັກຮຽນບຳລຸງ-ກໍ່ສ້າງນາຍສິບ ຕາມໂຄງການຫຼັກສູດ, ປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ ຕາມ 5 ຫຼັກການ 3 ທິດນຳ. ໃນນີ້, ສ້າງໄດ້ພະນັກງານແຂງ 458 ສະຫາຍ, ກາງ 8 ສະຫາຍ, ກອງ 3 ປອດ ປະເພດ 1 ມີ 10 ກົມກອງ, ປະເພດ 2 ມີ 2 ກົມກອງ, ຕີລາຄາຄຸນທາດການເມືອງ ຂອງບຸກຄົນ 788 ສະຫາຍ ປະເພດ 1 ມີ 768 ສະຫາຍ ເທົ່າກັບ 97,39 %, ປະເພດ 2 ມີ 20 ສະຫາຍ ເທົ່າກັບ 2,60%, ສະມາຊິກຊາວໜຸ່ມນຳໜ້າ 4 ບຸກ 221 ສະຫາຍ, ໜ່ວຍຊາວໝຸ່ມນຳໜ້າ 4 ບຸກ 12 ໜ່ວຍ, ກາງ 1 ໜ່ວຍ, ແມ່ຍິງ 3 ດີ ປະເພດ 1 ມີ 168 ສະຫາຍ, ປະເພດ 2 ມີ 1 ສະຫາຍ, ໜ່ວຍ 3 ດີ 10 ໜ່ວຍ, ກົມກອງນຳພາ-ຊີ້ນໍາ ດີເດັ່ນ 5 ກົມກອງ. ໃນກອງປະຊຸມ ໄດ້ພັດປ່ຽນກັນຂຶ້ນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງ ຂອງກົມກອງ. ຈາກນັ້ນ, ສະຫາຍ ພັນໂທ ສົມຫວັງ ດວງອ້ວນສິນ ຮອງຫົວໜ້າພະແນກພະນັກງານ ໂຮງຮຽນ ໄດ້ຜ່ານຂໍ້ຕົກລົງ ຂອງອຳນວຍການໂຮງຮຽນ ວ່າດ້ວຍການແຕ່ງຕັ້ງ, ມອບໝາຍໜ້າທີ່ຮັກສາການ ຂັ້ນພະແນກການ, ກອງພັນ, ກອງຮ້ອຍ, ໝວດ, ໝູ່ວິຊາສະເພາະ, ຊ່ວຍວຽກພະແນກການ, ຄູສອນ ແລະ ພະນັກງານຊ່ວຍວຽກວິຊາສະເພາະແພດ, ຄຸ້ມຄອງການເງິນ-ອຸປະໂພກ ແລະ ມອບໝາຍໜ້າທີ່ໃຫ້ນາຍສິບ ຈໍານວນ 24 ສະຫາຍ ຕື່ມອີກ. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ