ນັກກິລາບານເຕະເຍົາວະຊົນລາວ ຮ່ວມແຂ່ງຂັນ Garuda International Cup 2026 ທີ່ປະເທດອິນໂດເນເຊຍ
ເວລາອອກຂ່າວ: 2026-08-18 09:21:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 242 | ຄວາມນິຍົມ: ![]()
ສະໂມສອນ RNS Academy ຮ່ວມກັບ ສະໂມສອນ Spirit ນຳນັກກິລາບານເຕະເຍົາວະຊົນ ຈາກ ສປປ ລາວ ຮຸ່ນອາຍຸບໍ່ເກີນ 12 ປີ ເຂົ້າຮ່ວມການແຂ່ງຂັນລະ ດັບນາໆຊາດ ລາຍການ Garuda International Cup 2026 ທີ່ປະເທດອິນໂດເນເຊຍ ໂດຍເຂົ້າຮ່ວມໃນນາມ ສະໂມສອນ RNS Academy.
ການລວມນັກກິລາເຍົາວະຊົນໃນຄັ້ງນີ້, ເພື່ອຮ່ວມກັນເປັນທີມທີ່ເຂັ້ມແຂງກວ່າເກົ່າ ແລະ ມອບໂອກາດໃຫ້ນັກກິລາເຍົາວະຊົນລາວ ໄດ້ກ້າວສູ່ເວທີການແຂ່ງຂັນລະດັບນາໆຊາດ. ເຊິ່ງ Garuda International Cup ເປັນລາຍການບານເຕະເຍົາວະຊົນນາໆຊາດ ທີ່ມີການພັດທະນາ ແລະ ເຕີບໂຕຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ປີ 2015 ຈົນເຖິງປັດຈຸບັນ. ສຳລັບປີ 2026 ມີທີມຈາກ 16 ປະເທດ ເຂົ້າຮ່ວມ.
ສຳລັບຮຸ່ນ U-12 ມີ 16 ທີມ ແບ່ງເປັນ 4 ກຸ່ມ ແລະ ຈະແຂ່ງຂັນໃນວັນທີ 20-23 ສິງຫາ 2026 ທີ່ ASIOP Training Ground ແລະ AYO Arena, Sentul, Bogor, ປະເທດອິນໂດເນເຊຍ, RNS Academy ຢູ່ກຸ່ມ A ຮ່ວມກັບ 2 ສະໂມສອນຈາກ ອິນໂດເນເຊຍ ເຈົ້າພາບ ແລະ 1 ສະໂມສອນຈາກມາເລເຊຍ ໃນການເຂົ້າຮ່ວມ Garuda International Cup 2026 ນັບເປັນອີກໜຶ່ງກ້າວສຳຄັນຂອງນັກກິລາເຍົາວະຊົນລາວ ໃນການໄດ້ສະສົມປະສົບການ, ຮຽນຮູ້, ພັດທະນາທັກສະໃນການຫຼິ້ນບານ ແລະ ແຂ່ງຂັນກັບນັກກິລາຈາກຫຼາຍປະເທດເຂົ້າຮ່ວມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















