ກອງພົນທີ 1 ປາຖະກະຖາ ວັນສ້າງຕັ້ງຂະແໜງການ ພະລາທິການກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2026-08-18 09:44:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ: ![]()
ວັນທີ 14 ສິງຫາ 2026 ນີ້, ກອງພົນທີ 1 ໄດ້ປາຖະກະຖາ ວັນສ້າງຕັ້ງຂະແໜງການ ພະລາທິການກອງທັບ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026), ໂດຍເປັນປະທານ ແລະ ປະຖະກະຖາ ຂອງສະຫາຍ ພັນໂທ ຄໍາຫວານ ຈັນທະບຸນໄຊ ຫົວໜ້າຫ້ອງພະລາທິການ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບ ວິຊາສະເພາະພະລາທິການ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາຫວານ ຈັນທະບຸນໄຊ ໄດ້ເລົ່າຄືນມູນເຊື້ອວັນສ້າງຕັ້ງຂະແໜງການພະລາທິການກອງທັບ ຄົບຮອບ 70 ປີ ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າຂອງຂະແໜງພະລາທິການ ຄະນະພັກ-ຄະນບັນຊາທຸກຂັ້ນ ຕ້ອງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ພະລາທິການ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຊາດ ແລະ ປະຊາຊົນຢ່າງເດັດດ່ຽວ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ຂອງລັດ ແລະ ຂໍ້ກໍານົດ, ກົດລະບຽບ ຂອງກອງທັບ ຢ່າງເຂັ້ມງວດ, ຍູ້ແຮງຂະບວນການເພີ່ມພູນຜະລິດຜົນຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ເປັນຂະບວນການກວ້າງຂວາງ ແລະ ຟົດຟື້ນ, ຫັນເອົາການຜະລິດກະສິກຳ ແລະ ບໍລິການເຂົ້າສູ່ລວງເລິກ, ນໍາໃຊ້ເຕັກນິກວິທະຍາສາດ ເພື່ອຍົກລະດັບສະມັດຕະພາບການຜະລິດ, ຮັບປະກັນສະບຽງອາຫານ ແລະ ປັບປຸງຊິວິດການເປັນຢູ່ ຂອງພະນັກງານ-ນັກຮົບ, ເພີ່ມທະວີການຄຸ້ມຄອງທັບ-ລ້ຽງດູທັບດ້ວຍລະບຽບກົດໝາຍ ແລະ ຫັນເປັນທັນສະໄໝ, ຍົກສູງສະຕິລະວັງຕົວ ແລະ ຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາວັດຖຸເຕັກນິກ, ຊັບສິນ ແລະ ງົບປະມານ ຂອງລັດ ໃຫ້ມີປະສິດທິຜົນ, ປະຕິບັດລະບອບປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ພາຍໃນກົມກອງຢ່າງເດັດຂາດ, ສືບຕໍ່ກໍ່ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງພະລາທິການ ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເອົາໃຈໃສ່ບໍາລຸງພະນັກງານວິຊາສະເພາະ ໃຫ້ມີຄວາມຮູ້, ຄວາມສາມາດ, ຕອບສະໜອງກັບຄວາມຮຽກຮອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່ ພ້ອມກັນນັ້ນ, ຕ້ອງເພີ່ມທະວີການພົວພັນກັບສາກົນ ໂດຍສະເພາະການຮ່ວມມືຮອບດ້ານກັບກອງທັບປະຊາຊົນຫວຽດນາມ ອ້າຍ-ນ້ອງ ແລະ ບັນປະເທດເພື່ອນມິດຍຸດທະສາດ.
ໂດຍ: ໂກຮັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















