ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-08-18 16:07:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 563 | ຄວາມນິຍົມ: ![]()
ວັນທີ 18 ສິງຫາ 2026 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຈັດຕັ້ງເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ, ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງສະຫາຍ ພັນເອກ ຄຳຫຼ້າ ວົງສົມພູ ຮອງຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮວ່ມ.
ສະຫາຍ ພັນເອກ ຄຳຫຼ້າ ວົງສົມພູ ໄດ້ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ເຊິ່ງປະກອບມີ XVI ພາກ, ມີ 56 ໝວດ, ມີ 299 ມາດຕາ ເຊິ່ງກົດລະບຽບສະບັບນີ້ ແມ່ນຄໍາສັ່ງອັນເດັດຂາດ ຂອງຜູ້ບັນຊາການສຸງສຸດ, ແມ່ນກົດບັງຄັບ ໃຫ້ນາຍ ແລະ ພົນທະຫານ ຂອງກອງທັບປະຊາຊົນລາວ ຕ້ອງປະຕິບັດຕາມຢ່າງເຂັ້ມງວດ ທັງເປັນເຂັ້ມຊີ້ທິດໃຫ້ແກ່ການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ, ມີແບບແຜນແຫຼມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນໃຫ້ແກ່ປະເທດຊາດ ມີຄວາມສະຫງົບຢ່າງໜັກແໜ້ນ.
ການເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ຄັ້ງນີ້ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ພ້ອມດ້ວຍນາຍ ແລະ ພົນທະຫານ ໃນທົ່ວໂຮງຮຽນ ໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈເຖິງບັນດາຂໍ້ກໍານົດ, ກົດລະບຽບ ຂອງກອງທັບປະຊາຊົນລາວ ຕ້ອງປະຕິບັດຢ່າງເດັດຂາດ ແລະ ມີຄວາມຮັບຜິດຊອບສູງ ຕໍ່ການເຄື່ອນໄຫວວຽກງານຂອງກົມກອງ ໃຫ້ມີຜົນສໍາເລັດ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















