ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄຳມ່ວນ ເປີດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ IX
ເວລາອອກຂ່າວ: 2026-08-18 16:27:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 560 | ຄວາມນິຍົມ: ![]()
ວັນທີ 18 ສິງຫາ 2026 ນີ້, ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄຳມ່ວນ ໄດ້ເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ IX ໂດຍການເປັນປະທານ ຂອງທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີຄະນະນຳໂຮງຮຽນ, ຄູ-ອາຈານ, ແຂກຖືກເຊີນ ແລະ ນັກສຶກສາ ເຂົ້າຮ່ວມ.
ທ່ານ ຄຳພູວົງ ຫອມມະນີ ຮອງຫົວໜ້າອໍານວຍການໂຮງຮຽນ ໄດ້ລາຍງານແຜນການຮຽນ-ການສອນ ຫຼັກສູດທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ IX ມີໄລຍະເວລາ 2 ເດືອນ ຫຼື 9 ອາທິດ (45 ວັນ) ລວມ 315 ຊົ່ວໂມງ. ເນື້ອໃນການຮຽນປະກອບມີ: ປັດຊະຍາມາກ-ເລນິນ, ເສດຖະສາດການເມືອງມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ, ແນວຄິດ ໄກສອນ ພົມວິຫານ, ປະຫວັດສາດພັກ ແລະ ການກໍ່ສ້າງພັກ, ການຄຸ້ມຄອງບໍລິຫານລັດ ລວມທັງວິຊາບັງຄັບ ແລະ ຫົວຂໍ້ລາຍງານເພີ່ມ. ຊຸດຮຽນຄັ້ງນີ້ ມີນັກສຶກສາ 56 ຄົນ, ຍິງ 14 ຄົນ. ການຮຽນ-ການສອນ ເພື່ອເຮັດໃຫ້ນັກສຶກສາມີຄວາມຮູ້ ແລະ ຄວາມເຂົ້າໃຈພື້ນຖານດ້ານທິດສະດີ, ແນວທາງ ແລະ ນະໂຍບາຍ ເພື່ອນຳໄປໃຊ້ໃນວຽກງານ ແລະ ການແກ້ໄຂບັນຫາຕາມສະພາບຕົວຈິງ.
ໂອກາດນີ້, ທ່ານ ສົມໃຈ ພານີຈັນ ໄດ້ເນັ້ນໜັກໃຫ້ຄະນະນຳ ແລະ ຄູ-ອາຈານ ເອົາໃຈໃສ່ຍົກສູງຄຸນນະພາບການຮຽນ-ການສອນ, ກະກຽມບົດສອນໃຫ້ເລິກເຊິ່ງ, ເຊື່ອມໂຍງທິດສະດີກັບພຶດຕິກຳ ແລະ ບັນດານິຕິກຳທີ່ກ່ຽວຂ້ອງ. ສຳລັບນັກສຶກສາ ໃຫ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ເຝິກຝົນຕົນເອງ, ປະຕິບັດລະບຽບ ຂອງໂຮງຮຽນ ແລະ ຊອກຮູ້ຈາກຫຼາຍແຫຼ່ງ ເພື່ອປະກອບຄວາມຮູ້ ແລະ ນຳໄປໃຊ້ໃນວຽກງານຕົວຈິງ. ການເປີດຊຸດຮຽນຄັ້ງນີ້ ເປັນສ່ວນໜຶ່ງໃນການສ້າງ ແລະ ພັດທະນາຄຸນນະພາບບຸກຄະລາກອນ ໃຫ້ມີຄວາມຮູ້ດ້ານທິດສະດີ ແລະ ສາມາດນຳໄປໃຊ້ໃນການປະຕິບັດໜ້າທີ່ຢ່າງເໝາະສົມ, ຕ້ອງໄດ້ເປັນເຈົ້າການປະຕິບັດ ແລະ ເຄົາລົບຕໍ່ກົດລະບຽບໂຮງຮຽນວາງອອກມາໃຫ້ເຂັ້ມງວດ.
ໂດຍ: ແດງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















