ກອງບັນຊາການທະຫານແຂວງຄຳມ່ວນ ປິດຊຸດເຝິກອົບຮົມ-ຫັດແອບ ໃຫ້ພະນັກງານລັດຖະກອນປ້ອງກັນຊາດ
ເວລາອອກຂ່າວ: 2026-08-18 16:34:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 585 | ຄວາມນິຍົມ: ![]()
ວັນທີ 18 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ປິດຊຸດເຝິກອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໃຫ້ພະນັກງານລັດຖະກອນປ້ອງກັນຊາດ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຄຳມ່ວນ ແລະ ສະຫາຍ ປອ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີຄະນະພັກ-ຄະນະບັນຊາ ອົງການ, ຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ໂຮງຮຽນ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນໂທ ວັນທະວີ ຈະເລີນສຸກ ຫົວໜ້າພະແນກອົບຮົມ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະຫຼຸບອົບຮົມ-ຫັດແອບ ໃຫ້ກໍາລັງລັດຖະກອນປ້ອງກັນຊາດ ຊຸດທີ I ປະຈຳປີ 2026, ເຊິ່ງການເຝິກອົບຮົມ-ຫັດແອບ ຄັ້ງນີ້ແມ່ນເລີ່ມແຕ່ວັນທີ 23 ກໍລະກົດ 2026 ສໍາເລັດລົງໃນວັນທີ 18 ສິງຫາ 2026, ມີຈໍານວນພົນເຂົ້າຮ່ວມ 104 ສະຫາຍ, ໂດຍປະຕິບັດການສິດສອນລວມມີ 3 ພາກ ຄື: ພາກການເມືອງ, ພາກການທະຫານ ແລະ ພາກພະລາທິການ-ເຕັກນິກ. ຜ່ານການອົບຮົມ-ຫັດແອບຕົວຈິງ ສາມາດຕີລາຄາໄດ້ຂັ້ນດີ 98 ສະຫາຍ, ຄາດໝາຍ 6 ສະຫາຍ, ສະເລ່ຍຜົນໄດ້ຮັບ 94 %. ຈາກນັ້ນ, ກໍໄດ້ຈັດຕັ້ງມອບໃບຢັ້ງຢືນ ໃຫ້ພະນັກງານລັດຖະກອນປ້ອງກັນຊາດ ແຕ່ລະສະຫາຍຢ່າງສົມກຽດ.
ໂດຍ: ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















