ວນກ ເປີດບັ້ນສອບເສັງລະດັບຊາດ ໃຫ້ນັກສຶກສາມະຫາວິທະຍາໄລການທະຫານ
ເວລາອອກຂ່າວ: 2026-08-18 16:38:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 609 | ຄວາມນິຍົມ: ![]()
ວັນທີ 17 ສິງຫາ 2026 ນີ້, ວິທະຍາຄານ ນາຍທະຫານບົກ ກົມມະດຳ (ວນກ) ໄດ້ເປີດບັ້ນສອບເສັງລະດັບຊາດ ໃຫ້ແກ່ນັກສຶກສາມະຫາວິທະຍາໄລການທະຫານ ລະບົບປະລິນຍາຕີ 4 ປີ, ຊຸດທີ 21 ສົກປີ 2025-2026 ໂດຍການເປັນປະທານ, ຊີ້ນຳ ຂອງສະຫາຍ ພົນຈັດຕະວາ ບົວໄລ ສີລັກສາ ເລຂາຄະນະພັກ, ຫົວໜ້າການເມືອງ ວນກ ພ້ອມຄະນະພັກ-ຄະນະບັນຊາ ບັນດາກົມທີ່ກ່ຽວຂ້ອງ ແລະ ອະນຸກຳມະການ ເຂົ້າຮ່ວມ.
ສຳລັບການຈັດຕັ້ງສອບເສັງ ມີນັກສຶກເຂົ້າຮ່ວມ ຈຳນວນ 10 ເຫຼົ່າຮົບ ຄື: ເຫຼົ່າເສນາ, ເຫຼົ່າການເມືອງ, ເຫຼົ່າເຄມີ, ເຫຼົ່າຊ່າງແສງ, ເຫຼົ່າປືນໃຫຍ່, ເຫຼົ່າປ້ອງກັນອາກາດ, ເຫຼົ່າລົດຕັງ, ເຫຼົ່າສື່ສານ, ເຫຼົ່າຕີພິເສດ ແລະ ເຫຼົ່າສືບຂ່າວ ລວມຈຳນວນພົນທັງໝົດ 211 ສະຫາຍ, ເຊິ່ງການສອບເສັງ ໄດ້ຈັດຕັ້ງສອບເສັງແຕ່ລະເຫຼົ່າຮົບຂອງໃຜລາວ ໂດຍເນັ້ນໃສ່ທາງພາກທິດສະດີ, ຫຼັກການ ແລະ ການປະຕິບັດຕົວຈິງ, ສ່ວນການສອບເສັງ ໄດ້ຈັດຕັ້ງປະຕິບັດແຕ່ວັນທີ 17-21 ສິງຫາ 2026 ຈຶ່ງຈະສຳເລັດຕາມແຜນການທີ່ວາງໄວ້.
ທັງນີ້, ເພື່ອປະຕິບັດຕາມແຜນການຮຽນ-ການສອນ ແລະ ສອບເສັງບັ້ນທ້າຍສົກຮຽນ ຂອງ ວນກ, ອີກດ້ານໜຶ່ງ ເປັນການທົບທວນຫວນຄືນບົດຮຽນທີ່ນັກສຶກສາໄດ້ຮໍ່າຮຽນມາ, ຈັດຕັ້ງສອບເສັງສະເລ່ຍເປັນຄະແນນເຂົ້າໃນໃບປະກາດສະນີຍະບັດ ຂອງແຕ່ລະສະຫາຍ ເພື່ອເປັນຜົນງານອ້າງອີງໃນການສຶກສາໃນໄລຍະ 4 ປີຜ່ານມາ.
ໂດຍ: ນາງ ຂັນທະລີ ທຳມະວົງ + ສາຍຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















