ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

HYROX ມີ 58 ຜູ້​ເຂົ້າ​ເສັ້ນ​ໄຊ ລົງທະບຽນ​ສັນຊາດ ໃນ Bangkok 2026
ເວລາອອກຂ່າວ: 2026-08-19 10:03:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 236 | ຄວາມນິຍົມ:



ເຖິງ​ແມ່ນ​ວ່າ HYROX ຈະ​ເປັນ​ລາຍການ​ທີ່​ຜູ້​ແຂ່ງຂັນ​ຕ້ອງ​ເສຍ​ຄ່າ​ສະໝັກ​ຄ່ອນ​ຂ້າງ​ສູງ, ພ້ອມ​ກັບ​ຄ່າ​ເດີນທາງ, ທີ່​ພັກ ແລະ ຄ່າ​ກຽມ​ຕົວ​ຕ່າງໆ, ແຕ່​ຈຳນວນ​ຜູ້​ສະໝັກ​ກັບ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ທຸກ​ປີ. ຫຼ້າ​ສຸດ ການ​ແຂ່ງຂັນ HYROX Bangkok 2026 ຈັດ​ຂຶ້ນ​ລະຫວ່າງ​ກາງ​ເດືອນ​ສິງຫາ 2026 ທີ່​ສູນ​ປະຊຸມ​ແຫ່ງ​ຊາດ Queen Sirikit ປະເທດ​ໄທ. ມີ​ຜູ້​ເຂົ້າ​ຮ່ວມ​ແຂ່ງຂັນ 19.668 ຄົນ ໃນ​ຫຼາຍ​ປະເພດ. ສຳລັບ​ນັກ​ກິລາ​ຈາກ​ລາວ ມີ 58 ຊື່​ທີ່​ລະບົບ​ລະບຸ​ສັນຊາດ LAO ແລະ ມີ​ຜົນ​ເຂົ້າ​ເສັ້ນ​ໄຊ ໂດຍ​ແບ່ງ​ເປັນ:HYROX Open Men 20 ຄົນ, HYROX Open Women 5 ຄົນ, HYROX Pro Women 1 ຄົນ, Doubles Men 12 ຄົນ, Doubles Women 6 ຄົນ, Mixed Doubles 8 ຄົນ, Team, Relay Men 2 ຄົນ ແລະ Team Relay Women 4 ຄົນ. ໜຶ່ງ​ໃນ​ຜູ້​ແຂ່ງ​ສັນຊາດ LAO ທີ່​ໄດ້​ຮັບ​ຄວາມ​ສົນໃຈ​ແມ່ນ Pheutsapha Phoummasak ເຊິ່ງ​ລົງ​ແຂ່ງ​ປະເພດ HYROX Men ຮຸ່ນ​ອາຍຸ 40-44 ປີ ເຮັດ​ເວລາ​ໄດ້ 1:38:02, ຢູ່​ອັນ​ດັບ​ລວມ 1.452 ແລະ ອັນ​ດັບ 192 ຂອງ​ຮຸ່ນ​ອາຍຸ. ໃນ​ຂະນະ​ທີ່ Toukta Khambounheuang ເປັນ​ຜູ້​ແຂ່ງ​ສັນຊາດ ລາວຄົນ​ດຽວ​ໃນ​ປະເພດ Pro Women ຮຸ່ນ​ອາຍຸ 30-34 ປີ, ເຮັດ​ເວລາ 1:45:51, ຄວ້າ​ອັນ​ດັບ​ລວມ 53 ແລະ ອັນ​ດັບ 22 ຂອງ​ຮຸ່ນ​ອາຍຸ. ສ່ວນ​ປະເພດ Team Relay Women U40 ມີ​ນັກ​ແຂ່ງ​ສັນຊາດລາວ ຄົບ​ທັງ 4 ຄົນ ປະກອບ​ມີ ພາວັນນາ ຄຸນສົມບັດ, ສີມມະລາ ອີນທະນຸສອນ, ໄຊນຸສອນ ອຸດົມຊັບ ແລະ ວຽງດາລາ ສົມເພັດ ເຮັດ​ເວລາ 1:46:50. HYROX ແມ່ນ​ການ​ແຂ່ງຂັນ Fitness Racing ທີ່​ປະສົມ​ການ​ແລ່ນ 1 ກິໂລແມັດ ຈຳນວນ 8 ຮອບ ສະຫຼັບ​ກັບ 8 ຖານ​ທົດ​ສອບ​ຄວາມ​ແຂງແຮງ ເຊັ່ນ SkiErg, Sled Push, Sled Pull, Burpee Broad Jump, Rowing, Farmers Carry, Sandbag Lunges ແລະ Wall Balls ແລະ ສາເຫດ​ທີ່ HYROX ໄດ້​ຮັບ​ຄວາມ​ນິຍົມ ເຖິງ​ແມ່ນ​ຄ່າ​ສະໝັກ​ຈະ​ສູງ ເປັນ​ເພາະ​ຮູບ​ແບບ​ການ​ແຂ່ງຂັນ​ມີ​ມາດຕະຖານ​ດຽວ​ກັນ​ທົ່ວ​ໂລກ, ຜູ້​ແຂ່ງ​ສາມາດ​ປຽບທຽບ​ສະຖິຕິ​ຂອງ​ຕົນ​ເອງ, ມີ​ທັງ​ປະເພດ​ບຸກຄົນ, Doubles, Relay, Pro ແລະ Adaptive ຮອງ​ຮັບ​ນັກ​ກິລາ​ຫຼາຍ​ລະດັບ. ນອກ​ນັ້ນ, ບັນຍາກາດ​ໃນ​ສະໜາມ, ການ​ຈັດ​ງານ​ທີ່​ທັນ​ສະໄໝ, ການ​ສ້າງ Community ແລະ ການ​ແບ່ງປັນ​ຜົນງານ​ຜ່ານ​ສື່​ອອນ​ລາຍ ເຮັດ​ໃຫ້ການ​ເຂົ້າ​ຮ່ວມ HYROX ບໍ່​ແມ່ນ​ພຽງ​ການ​ແຂ່ງຂັນ ແຕ່​ຍັງ​ເປັນ​ປະສົບ​ການ ແລະ ເປົ້າ​ໝາຍ​ໃນ​ການ​ພັດທະນາ​ຕົນ​ເອງ. ໃນ​ປີ 2025 ເຄືອ​ຂ່າຍ HYROX ມີ​ຜູ້​ເຂົ້າ​ແຂ່ງ​ຫຼາຍ​ກວ່າ 750.000 ຄົນ, ຈັດ​ປະມານ 80 ງານ​ໃນ 31 ຕະຫຼາດ ແລະ ມີ​ສະຖານທີ່​ເຝີກ​ທີ່​ເປັນ​ພັນທະ​ມິດ​ຫຼາຍ​ກວ່າ 10.000 ແຫ່ງ​ທົ່ວ​ໂລກ. ການ​ປາກົດ​ຊື່​ນັກ​ແຂ່ງ​ສັນຊາດລາວ ຢ່າງ​ໜ້ອຍ 58 ຄົນ ໃນ​ລາຍການ​ດຽວ ສະແດງ​ໃຫ້​ເຫັນ​ວ່າ​ກະແສ Hybrid Fitness ກຳລັງ​ເຕີບ​ໂຕ​ໃນ​ກຸ່ມ​ຄົນ​ລາວ ແລະ ອາດ​ກາຍເປັນ​ອີກ​ໜຶ່ງ​ຕະຫຼາດ​ກິລາ​ທີ່​ໜ້າ​ຈັບ​ຕາ​ໃນ​ອະນາຄົດ. ສ່ວນ​ຕົວ​ເລກ 58 ແມ່ນ​ການ​ນັບ​ຊື່​ຜູ້​ທີ່​ມີ​ຜົນ​ເຂົ້າ​ເສັ້ນ​ໄຊ ແລະ ລະບົບ​ລະບຸ​ສັນຊາດລາວ. HYROX ເປັນ​ລາຍການ​ເປີດ​ຮັບ​ສະໝັກ​ທົ່ວ​ໄປ ບໍ່​ແມ່ນ​ການ​ສົ່ງ​ນັກ​ກິລາ​ໃນ​ນາມ​ທີມ​ຊາດ​ລາວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ