ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ແພຣ​ວາ ໃຊ້​ເວລາເຝິກ​ພຽງ 3 ວັນ ສູ່​ເວທີ​ໂລກ​ ແຕ່​ເປົ້າ​ໝາຍ​ສຳຄັນ​ຢູ່​ທີ່ Asian Games 2026
ເວລາອອກຂ່າວ: 2026-08-19 10:04:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 225 | ຄວາມນິຍົມ:



ເຖິງ​ແມ່ນ​ວ່າ​ຜົນງານ​ໃນ​ເວທີ​ຊີງ​ແຊັມ​ໂລກ ຈະ​ບໍ່​ເປັນ​ໄປ​ຕາມ​ຄວາມ​ຫວັງ ແຕ່​ສຳລັບ ແພຣ​ວາ ມິ​ຊາ​ໂຕະ ພິລາ​ພັນ​ເດ​​ຊ (Praewa Misato Philaphandeth) ການ​ສາມາດ​ກັບ​ຄືນ​ມາ​ລົງ​ແຂ່ງຂັນ​ໄດ້ ຫຼັງ​ຈາກ​ມີ​ເວລາ​ເຝິກ​ຊ້ອມ​ພຽງ 3 ວັນ ຖື​ເປັນ​ອີກ​ໜຶ່ງ​ໄຊຊະນະ​ສຳຄັນ​ເໜືອ​ອາການ​ບາດເຈັບ. ນັກ​ກິລາ​ຢິມ​ນາ​​ສ​ຕິກ ທີມ​ຊາດ​ລາວ ຈົບ​ການ​ແຂ່ງຂັນ​ຮອບ​ຄັດ​ເລືອກ ລາຍການ 42nd Rhythmic Gymnastics World Championships 2026 ຢູ່​ນະຄອນ ແຟຣງເຟີດ ປະເທດ​ເຢຍ​ລະ​ມັນ ດ້ວຍ​ອັນ​ດັບ​ທີ 85 ແລະ ຄະແນນ​ລວມ 3 ອຸປະກອນ​ທີ່​ດີ​ທີ່​ສຸດ 57.500 ຄະແນນ. ເຊິ່ງ​ຜົນງານ​ແຕ່​ລະ​ອຸປະກອນ​ປະກອບ​ມີ: ປະເພດ​ຫ່ວງ 19.900 ຄະແນນ, ບານ 16.700 ຄະແນນ, ຄະທາ 18.600 ຄະແນນ, ຮິບ​ບິ້ນ 19.000 ຄະແນນ ຜົນ​ດັ່ງກ່າວ​ເຮັດ​ໃຫ້ ແພຣ​ວາ ບໍ່​ສາມາດ​ຜ່ານ​ເຂົ້າ​ສູ່​ຮອບ​ຊີງ​ຊະນະ​ເລີດ ແຕ່​ນີ້​ແມ່ນ​ການ​ລົງ​ແຂ່ງຂັນ​ຊີງ​ແຊັມ​ໂລກ ​ຄັ້ງ​ທີ 3 ໃນ​ເສັ້ນທາງ​ນັກ​ກິລາ​ຂອງ​ນາງ ຕໍ່​ຈາກ​ປີ 2023 ຢູ່ ວາເລນເຊຍຂອງ ແອັດສະປາຍ ແລະ ປີ 2025 ຢູ່ ຣີໂອ ເດີ ເຈນເນີໂຣຂອງ ບຣາຊີນ. ກ່ອນ​ເດີນທາງ​ໄປ​ແຂ່ງຂັນ ແພຣ​ວາ ຕ້ອງ​ຜ່ານ​ຊ່ວງ​ເວລາ​ທີ່​ຫຍຸ້ງຍາກ​ຈາກ​ອາການ​ບາດເຈັບ. ນາງ​ເຜີຍ​ວ່າຫຼັງ​ຈາກ​ລາຍການ​ຊີງ​ແຊັມ​ອາຊີ ເຄີຍ​ມີ​ອາການ​ເຈັບ​ຈາກ​ການ​ເປັນ​ນິ້ວ ແລະ ຕໍ່​ມາ​ມີ​ອາການ​ເຈັບ​ຫຼັງ​ຮຸນ​ແຮງ ຈົນ​ບໍ່​ສາມາດ​ຍືດ ຫຼື ແອ່ນ​ຫຼັງ​ໄດ້​ຕາມ​ປົກກະຕິ. ດ້ວຍ​ເຫດ​ນີ້ ທີມ​ງານ​ຈຶ່ງ​ຕ້ອງ​ປັບ​ຫຼຸດ​ບາງ​ທ່າ​ທີ່​ມີ​ຄວາມ​ຍາກ ເພື່ອ​ໃຫ້​ນາງ​ສາມາດ​ລົງ​ແຂ່ງຂັນ​ໄດ້​ໂດຍ​ບໍ່​ເພີ່ມ​ຄວາມ​ຮຸນ​ແຮງ​ຂອງ​ອາການ​ບາດເຈັບ ພາຍ​ໃຕ້​ການ​ແນະນຳ​ດ້ານ​ກາ​ຍະ​ພາບ​ຈາກ​ທີມ Rehab Therapy by Yai. ເວທີ​ຊີງ​ແຊັມ​ໂລກ​ຄັ້ງ​ນີ້ ຍັງ​ເປັນ​ໜຶ່ງ​ໃນ​ເສັ້ນທາງ​ຄັດ​ເລືອກ​ສູ່ Olympic Games Los Angeles 2028 ໂດຍ​ມີ​ການ​ມອບ​ສິດ​ໂຄ​ຕາ​ຊຸດ​ທຳ​ອິດ​ໃຫ້​ແກ່​ນັກ​ກິລາ​ອັນ​ດັບ​ນຳ​ຂອງ​ລາຍການ. ໃນ​ພາລະກິດ​ຕໍ່​ໄປ​ຂອງ ແພຣ​ວາ ແມ່ນ​ການ​ກັບ​ໄປ​ຟື້ນ​ຟູ​ຮ່າງກາຍ ຮັກສາ​ອາການບາດເຈັບ ແລະ ນຳ​ບົດຮຽນ​ຈາກ​ເວທີ​ໂລກ​ໄປ​ປັບປຸງ​ການ​ເຝິກ​ຊ້ອມ ເພື່ອ​ກຽມ​ລຸຍ​ມະ​ຫະ​ກຳ​ກິລາ​ເອ​ຊຽນ​ເກມ 2026. ການ​ແຂ່ງຂັນ ຢິມ​ນາ​​ສ​ຕິກ​ໃນ Asian Games ຈະ​ຈັດ​ຂຶ້ນ​ວັນ​ທີ 1-3 ຕຸລາ 2026 ຢູ່ Nagoya City General Gymnasium ໃນ​ຂະນະ​ທີ່​ງານ​ກິລາ​ລວມ​ຈະ​ຈັດ​ລະຫວ່າງ​ວັນ​ທີ 19 ກັນຍາ ຫາ 4 ຕຸລາ 2026. ແພຣ​ວາ ປະກາດ​ຈະ​ໃຊ້​ເວລາ​ທີ່​ເຫຼືອ​ປະມານ​ເດືອນ​ເຄິ່ງ ຟື້ນ​ຟູ​ສະພາບ​ຮ່າງກາຍ ແລະ ເລັ່ງ​ການ​ເຝິກ​ຊ້ອມ​ໃຫ້​ກັບ​ຄືນ​ມາ​ສົມບູນ​ທີ່​ສຸດ ເພື່ອ​ສ້າງ​ຜົນງານ​ໃຫ້​ດີ​ກວ່າ​ເກົ່າ ແລະ ນຳ​ຄວາມ​ພາກພູມ​ໃຈ​ມາສູ່​ປະເທດ​ຊາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ