ຄອບຄົວ ການນໍາແຂວງຄໍາມ່ວນ ມອບຕັ່ງ ໃຫ້ສື່ມວນຊົນແຂວງ
ເວລາອອກຂ່າວ: 2026-08-19 14:28:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 193 | ຄວາມນິຍົມ: ![]()
ວັນທີ 18 ສິງຫາ 2026 ນີ້, ທ່ານ ນາງ ຖະໜອມຈິດ ໂຄດພູທອນ ຕາງໜ້າໃຫ້ຄອບຄົວການນໍາ ຂອງແຂວງຄຳມ່ວນ ມອບຕັ່ງ ຈໍານວນ 50 ໜ່ວຍ ໃຫ້ສື່ມວນຊົນແຂວງ ເພື່ອຮັບໃຊ້ເຂົ້າໃນວຽກງານລວມຂອງຫ້ອງການ, ໂດຍການກ່າວຮັບ ຂອງທ່ານ ນວນຕາ ແກ້ວນາວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ, ມີຄອບຄົວການນໍາຂອງແຂວງ ແລະ ພະນັກງານວິຊາການ ສື່ມວນຊົນ ເຂົ້າຮ່ວມ.
ການອຸປະຖຳໃນຄັ້ງນີ້, ສະແດງເຖິງຄວາມເອົາໃຈໃສ່ ແລະ ເປັນການສະໜັບສະໜູນ ຕໍ່ວຽກງານສື່ມວນຊົນ ໃນການປະຕິບັດໜ້າທີ່ຕາມພາລະບົດບາດດ້ານຂໍ້ມູນຂ່າວສານ, ການໂຄສະນາ ແລະ ເຜີຍແຜ່ຂ່າວສານ ໃຫ້ແກ່ປະຊາຊົນ ໄດ້ຮັບຮູ້-ເຂົ້າໃຈ ຢ່າງມີປະສິດທິພາບ.
ໂດຍ: ແດງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















