ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ການນໍາແຂວງຄໍາມ່ວນ ເຄື່ອນໄຫວຢ້ຽມຢາມປະຊາຊົນທີ່ປະສົບໄພພິບັດນໍ້າຖ້ວມ
ເວລາອອກຂ່າວ: 2026-08-19 14:35:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 187 | ຄວາມນິຍົມ:



ວັນທີ 17 ສິງຫາ 2026 ນີ້, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ກໍາລັງໃຈແກ່ປະຊາຊົນເມືອງໜອງບົກ ແລະ ເມືອງເຊບັ້ງໄຟ ທີ່ປະສົບໄພພິບັດນໍ້າຖ້ວມ ໂດຍມີ ທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ມີຕາງໜ້າຈາກພະແນກການອ້ອມຂ້າງ, ການນໍາເມືອງ ແລະ ພາກສ່ວນກ່ຽວຂ້ອງ ຂອງແຂວງ, ເມືອງ ເຂົ້າຮ່ວມ. ເມືອງໜອງບົກ ປະກອບມີ 55 ບ້ານ, 4 ຕາແສງ ໃນນີ້, ມີເນື້ອທີ່ນາ 10 ກວ່າເຮັກຕາ, ເນື້ອທີ່ສວນ 536 ເຮັກຕາ, ມີ 1.363 ຄອບຄົວໄດ້ຮັບຜົນກະທົບ, ເສັ້ນທາງເສຍຫາຍເປ່ເພຈໍານວນ 16 ເສັ້ນ, ໂຮງຮຽນ 10 ແຫ່ງ. ສໍາລັບເມືອງເຊບັ້ງໄຟ ມີນໍ້າຖ້ວມ 19 ບ້ານ ໃນນີ້, ຕາແສງສີບຸນເຮືອງ ມີ 10 ບ້ານ, ຕາແສງຄໍາແພໃຕ້ ມີ 7 ບ້ານ, ຕາແສງຄໍາແພເໜືອ ມີ 2 ບ້ານ, ໂຮງຮຽນ 10 ແຫ່ງໄດ້ຮັບຜົນກະທົບ. ໂອກາດນີ້, ໄດ້ເຄື່ອນໄຫວຕິດຕາມເບິ່ງຊີວິດການເປັນຢູ່ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ພ້ອມທັງ ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈໍານວນໜຶ່ງ ມອບໃຫ້ອໍານາດການປົກຄອງເມືອງ, ອໍານາດການປົກຄອງຕາແສງ, ບ້ານ ແລະ ປະຊາຊົນຈໍານວນໜຶ່ງ. ໂດຍ: ແດງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ