ຜ່ານລາຍການສະແດງວຽກງານປະດິດແຕ່ງສິລະປະດົນຕີ ທົ່ວກອງທັບ ຄັ້ງທີ lll
ເວລາອອກຂ່າວ: 2026-08-19 14:39:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 309 | ຄວາມນິຍົມ: ![]()
ວັນທີ 19 ສິງຫາ 2026 ນີ້, ຢູ່ທີ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງຜ່ານລາຍການສະແດງວຽກງານປະດິດແຕ່ງສິລະປະດົນຕີ ທົ່ວກອງທັບ ຄັ້ງທີ lll, ໂດຍມີ ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ສອນທະນູ ແກ້ວໝື່ນເຮືອງ ຮອງຫົວໜ້າການເມືອງ ຫົວໜ້າກົມການເມືອງ ວປກ, ຄູ-ອາຈານ ພ້ອມດ້ວຍພະນັກງານວິຊາການ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ຈຸດປະສົງໃນການຜ່ານລາຍການສະແດງຄັ້ງນີ້, ເພື່ອຮັບປະກັນໃຫ້ແກ່ການກະກຽມໃສ່ ພິທີ ປິດເຝິກອົບຮົບວຽກງານສິລະປະດົນຕີທົ່ວກອງທັບ ຄັ້ງທີ III, ເພື່ອຂໍຄໍາເຫັນຊີ້ນໍາ ແລະ ເພື່ອເປັນການປັບປຸງເຮັດໃຫ້ລາຍການສະແດງ ມີເນື້ອໃນຖືກຕ້ອງເໝາະສົມ ແລະ ແທດເໝາະກັບຫຼັກວິຊາການ ເວົ້າລວມ, ເວົ້າສະເພາະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກງານສິລະປະ-ວັນນະຄະດີ ຢູ່ບັນດາອົງການກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນສະເພາະໜ້າ ແລະ ຍາວນານ ໂດຍສະເພາະແມ່ນສ້າງນັກວິຊາການດ້ານວິຊາສະເພາະ ເພື່ອໄປສິດສອນ ແລະ ນຳພາການເຄື່ອນໄຫວວຽກງານສິລະປະ-ວັນນະຄະດີ ຢູ່ກົມກອງຂອງຕົນ ໃຫ້ມີບັນຍາກາດຟົດຟື້ນແຂງແຮງ
ສຳລັບລາຍການທີ່ນໍາມາສະແດງລາຍງານໃນຄັ້ງນີ້ ປະກອບມີ: 13 ລາຍການ ໃນນີ້, ແບ່ງອອກເປັນບົດເປີດສາກ, ປິດສາກ, ບົດຟ້ອນເອກະລາດ 4 ບົດ, ບົດເພງ 5 ບົດ ແລະ ກອນລໍາ 2 ບົດ.
ໂດຍ: ອານຸສອນ ສິມວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















