ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ໂຮງຮຽນນາຍສິບເຫຼົ່າຮົບ ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ
ເວລາອອກຂ່າວ: 2026-08-19 15:15:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ:



ວັນທີ 18 ສິງຫາ 2026 ນີ້, ໂຮງຮຽນນາຍສິບເຫລົ່າຮົບ ໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ເຜີຍແຜ່ຄໍາແນະນໍາ ກ່ຽວກັບການປະຕິບັດກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ເອກະສານສຳຄັນ ຕ່າງໆ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ພອນສະຫວັນ ສຸລິສັກ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນນາຍສິບເຫຼົ່າຮົບ, ມີຄະນະບໍລິຫານງານພັກໂຮງຮຽນ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ. ສະຫາຍ ພັນເອກ ພອນສະຫວັນ ສຸລິສັກ ໄດ້ຜ່ານຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII. ຈາກນັ້ນ, ສະຫາຍ ພັນເອກ ສົມພັນ ພິມມະວົງ ຫົວໜ້າຫ້ອງການເມືອງ ໄດ້ເຜີຍແຜ່ເອກະສານກົດລະບຽບຂອງກອງທັບປະຊາຊົນລາວ ແລະ ຂໍ້ກຳນົດ ວ່າດ້ວຍການແຂ່ງຂັນ-ຍ້ອງຍໍໃນກອງທັບປະຊາຊົນລາວ. ການຈັດຕັ້ງເຜີຍແຜ່ຄັ້ງນີ້, ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ ໄດ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ກັບບັນດາເນື້ອໃນເອກະສານ, ມະຕິ, ຂໍ້ກຳນົດ ແລະ ກົດລະບຽບຕ່າງໆ ຂອງພັກ ກໍຄືກົດລະບຽບຂອງກອງທັບປະຊາຊົນລາວ ຢ່າງເລິກເຊິ່ງ ແລະ ເປັນເອກະພາບຕໍ່ແນວທາງ, ມະຕິ, ຂໍ້ກຳນົດ, ກົດລະບຽບຕ່າງໆ ຂອງພັກ ກໍຄືຂອງກອງທັບ, ຮູ້ຫັນເອົາແນວທາງ, ແຜນນະໂຍບາຍ, ມະຕິຕ່າງໆ ຂອງພັກ ກໍຄືຂໍ້ກຳນົດ, ກົດລະບຽບຂອງກອງທັບ ໄປຜັນຂະຫຍາຍເຂົ້າສູ່ໜ້າທີ່ການເມືອງ ຂອງກົມກອງ ໃຫ້ແທດເໝາະກັບສະພາບຕົວຈິງ ເພື່ອຫັນກົມກອງເຂົ້າສູ່ລະບຽບແບບແຜນເທື່ອລະກ້າວ. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ