ຜູ້ບັນຊາການທະຫານຊາຍແດນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຮອງທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ເວລາອອກຂ່າວ: 2026-08-19 15:19:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 171 | ຄວາມນິຍົມ: ![]()
ວັນທີ 19 ສິງຫາ 2026 ນີ້, ຢູ່ທີ່ ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ໄດ້ຕ້ອນຮັບການຢ້ຽມຂ່ຳນັບ ຂອງ ສະຫາຍ ພັນເອກ ພິເສດ ເຈິນ ທິ ທຽນ ເນື່ອງໃນໂອກາດໄດ້ຮັບຕຳແໜ່ງ ເປັນຮອງທີ່ປຶກສາທູດປ້ອງກັນຊາດ (ຜູ້ຮັບຜິດຊອບວຽກງານຊາຍແດນ) ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.
ສະຫາຍ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ຊົມເຊີຍທີ່ ສະຫາຍ ພັນເອກ ພິເສດ ເຈິນ ທິ ທຽນ ທີ່ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ, ເຊິ່ງເປັນຄັ້ງທຳອິດທີ່ມີຮອງຜູ້ປຶກສາທູດປ້ອງກັນຊາດ ທີ່ຮັບຜິດຊອບວຽກງານຊາຍແດນ ນີ້ສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ແລະ ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ ລາວ-ຫວຽດນາມ. ສະແດງຄວາມເຊື່ອໝັ້ນວ່າ ວຽກງານຊາຍແດນສອງປະເທດ ຈະມີບາດກ້າວອັນໃໝ່, ພ້ອມກັນຕ້ານກົນອຸບາຍຕ່າງໆ ແລະ ຮ່ວມກັນສ້າງຊາຍແດນໃຫ້ການເປັນຊາຍແດນແຫ່ງມິດຕະພາບ.
ສະຫາຍ ພັນເອກ ພິເສດ ເຈິນ ທິ ທຽນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕິຈິດມິດຕະພາບແບບດູດດື່ມ ແລະ ມີມູນເຊື້ອພິເສດ ຫວຽດນາມ-ລາວ. ການມາປະຈຳຢູ່ ສປປ ລາວ ໃນຄັ້ງນີ້, ຖືເປັນບາດກ້າວໃໝ່ ໂດຍສະເພາະວຽກງານຊາຍແດນ, ທັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີ ລະຫວ່າງ ປະຊາຊົນສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ແລະ ຍືນຢັນວ່າ ຈະສຸ່ມທຸກສະຕິປັນຍາ ເປັນຂົວຕໍ່ລະຫວ່າງສອງຝ່າຍ ແລະ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມືໃນຂົງເຂດວຽກງານດັ່ງກ່າວ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດໄປ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















