ໜຶ່ງປາກກາ ລາຍງານຄວາມຈິງ ໜຶ່ງເລນ ສະທ້ອນສັງຄົມ
ເວລາອອກຂ່າວ: 2026-08-19 15:23:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ: ![]()
ໃນຍຸກທີ່ຂໍ້ມູນຂ່າວສານໄຫຼຜ່ານໜ້າຈໍຢ່າງວ່ອງໄວ, ທຸກຢ່າງຖືກສົ່ງຕໍ່ພຽງແຕ່ປາຍນິ້ວສໍາຜັດ... "ຄວາມຈິງ" ກາຍເປັນສິ່ງທີ່ມີຄ່າ ແລະ ເປັນທີ່ຕ້ອງການຫຼາຍກວ່າສິ່ງໃດໆ. ທ່າມກາງສຽງອຶກກະທຶກ ຂອງກະແສສັງຄົມ ຍັງມີກຸ່ມຄົນທີ່ເຮັດໜ້າທີ່ເປັນ "ກະບອກສຽງ" ແລະ "ແວ່ນແຍ່ງ" ສະທ້ອນຄວາມເປັນໄປຂອງໂລກ ພວກເຂົາຄື: ນັກຂ່າວ ຫຼື ນັກສື່ມວນຊົນ.
ໜຶ່ງປາກກາ ທີ່ບໍ່ເຄີຍບິດເບືອນຄວາມຈິງ "ປາກກາ" ໃນມື ຂອງນັກຂ່າວ ອາດມີນໍ້າໜັກພຽງບໍ່ເທົ່າໃດກຣາມ, ແຕ່ພັນທະກິດທີ່ມັນແບກຮັບໄວ້ນັ້ນ ຍິ່ງໃຫຍ່ເກີນກວ່າຈະປະເມີນຄ່າໄດ້. ມັນບໍ່ແມ່ນພຽງແຕ່ອຸປະກອນຂີດຂຽນ, ແຕ່ແມ່ນ "ສາຍພານສົ່ງຕໍ່ຄວາມເປັນຈິງ" ທີ່ກ້າເວົ້າແທນຄົນທີ່ກຳລັງເດືອດຮ້ອນ, ກ້າຕັ້ງຄຳຖາມໃນສິ່ງທີ່ຖືກເບິ່ງຂ້າມ ແລະ ເປັນເຄື່ອງມືໃນການຢືນຢັນຄວາມຖືກຕ້ອງ. ທຸກໆ ຕົວອັກສອນທີ່ຖ່າຍທອດອອກໄປ ບໍ່ໄດ້ມີໄວ້ເພື່ອສ້າງກະແສ, ແຕ່ມີໄວ້ ເພື່ອປົກປ້ອງຄວາມຈິງ ແລະ ຈຸດປະກາຍຄວາມຫວັງໃຫ້ກັບສັງຄົມ.
ໜຶ່ງເລນ ທີ່ຊູມເບິ່ງແກ່ນແທ້ ຂອງຄວາມເປັນຈິງ ຖ້າປາກກາສື່ສານດ້ວຍຄວາມນຶກຄິດ "ເລນກ້ອງ" ກໍຄືສິ່ງທີ່ບັນທຶກຄວາມຮູ້ສຶກ. ເລນບໍ່ໄດ້ເຮັດໜ້າທີ່ພຽງແຕ່ດັກຈັບແສງ ຫຼື ພາບທີ່ງົດງາມ, ແຕ່ມັນ "ຊູມເຂົ້າໄປເຖິງແກ່ນແທ້" ຂອງເຫດການ. ຜ່ານມຸມກ້ອງທີ່ສ່ອງປະເມີນ, ທຸກຮອຍຍິ້ມ, ຄາບນ້ຳຕາ, ຄວາມຮັກ, ຄວາມເຈັບປວດ ຫຼື ຄວາມຫວັງ ຂອງຜູ້ຄົນ ຖືກບັນທຶກໄວ້ຢ່າງຊື່ຕົງ. ຮູບພາບ ແລະ ວິດີໂອພຽງແຕ່ສາກດຽວ ອາດມີພະລັງຫຼາຍກວ່າຄຳເວົ້າພັນຄຳ ເພາະມັນຄືຫຼັກຖານທີ່ບໍ່ເຄີຍສ້າງພາບ ແລະ ເປັນແວ່ນແຍ່ງສະທ້ອນສະພາບຄວາມເປັນຈິງ ຂອງສັງຄົມຢ່າງກົງໄປກົງມາ.
ນັກຂ່າວ ຕ້ອງມຸ່ງໝັ້ນສ້າງສັງຄົມ ດ້ວຍຫົວໃຈທີ່ມີຄວາມຮັບຜິດຊອບ ເມື່ອ "ປາກກາ" ທີ່ຂຽນດ້ວຍສັດຈະທຳ ມາຮ່ວມກັບ "ເລນ" ທີ່ຖ່າຍທອດດ້ວຍຄວາມຊື່ຕົງ, ມັນຈຶ່ງບໍ່ແມ່ນພຽງແຕ່ການລາຍງານຂ່າວ, ແຕ່ແມ່ນ "ພະລັງໃນການຂັບເຄື່ອນສັງຄົມ". ສື່ມວນຊົນທີ່ມີອຸດົມການ ບໍ່ໄດ້ເຮັດໜ້າທີ່ ເພື່ອໃຫ້ໄດ້ຮັບຄຳຕິຊົມ, ແຕ່ເຮັດເພື່ອໃຫ້ສັງຄົມເກີດການປ່ຽນແປງໄປໃນທາງທີ່ດີຂຶ້ນ ເປີດແສງສະຫວ່າງໃຫ້ກັບຈຸດທີ່ມຶດມົວ, ສ້າງຄວາມເຂົ້າໃຈອັນດີທີ່ຖືກຕ້ອງ ແລະ ເປັນສຽງແຮງຜັກດັນໃຫ້ເກີດຄວາມຍຸຕິທຳ. "ໜຶ່ງປາກກາອາດຈະນ້ອຍ, ໜຶ່ງເລນອາດຈະແຄບ, ແຕ່ເມື່ອທັງສອງຖືກໃຊ້ດ້ວຍອຸດົມການທີ່ແຮງກ້າ ມັນກໍສາມາດເປີດມຸມມອງໃໝ່ ແລະ ປ່ຽນໂລກະທັດໃຫ້ດີຂຶ້ນໄດ້".
ໂດຍ: ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















