ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ເປີດກອງປະຊຸມຜ່ານແຜນການຮັບນັກຮຽນ
ເວລາອອກຂ່າວ: 2026-08-19 15:26:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ: ![]()
ວັນທີ 18 ສິງຫາ 2026 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ເປີດກອງປະຊຸມຜ່ານແຜນການຮັບນັກຮຽນກໍ່ສ້າງນາຍສິບ ຊຸດທີ 40, ນັກຮຽນກໍ່ສ້າງວັດທະນະທຳ ຊຸດທີ 1, ບຳລຸງການທະຫານຂັ້ນຕົ້ນ 6 ເດືອນ ຊຸດທີ 13 ແລະ ນັກຮຽນກໍ່ສ້າງເລັ່ງລັດ 10 ເດືອນ ສົກຮຽນ 2026-2027, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, 4 ກອງພັນ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນໂທ ສີໄພ ພິມມະວົງ ຮອງຫົວໜ້າຫ້ອງການ ໄດ້ຜ່ານແຜນການ ວ່າດ້ວຍການຮັບເອົານັກຮຽນ, ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບນັກຮຽນ ໂດຍອີງຕາມຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ, ອີງຕາມແຈ້ງການ ຂອງກົມໂຮງຮຽນກໍ່ສ້າງນາຍສິບ ເລກ 1 ວ່າດ້ວຍການອະນຸມັດກະກຽມຮັບເອົານັກຮຽນກໍ່ສ້າງນາຍສິບ ຊຸດທີ 40, ນັກຮຽນກໍ່ສ້າງວັດທະນະທຳ ຊຸດທີ 1,ບຳລຸງການທະຫານຂັ້ນຕົ້ນ 6 ເດືອນ ຊຸດທີ 13 ແລະ ນັກຮຽນກໍ່ສ້າງເລັ່ງລັດ 10 ເດືອນ ໃນສົກຮຽນ 2026-2027 ເຂົ້າມາຮຽນ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 1. ຈຸດປະສົງ ເພື່ອຮັບປະກັນກວດກາດ້ານຈຳນວນພົນລວມ, ຕົວເລກທີ່ຂັ້ນເທິງໄດ້ກຳນົດ ໃຫ້ບັນດາກົມກອງສົ່ງນັກຮຽນເຂົ້າມາຮຽນ, ກວດກາສົມທຽບຂໍ້ຕົກລົງ ຂອງຂັ້ນເທິງ ແລະ ນຳສົ່ງນັກຮຽນ ຢູ່ບັນດາກົມກອງໃຫ້ຖືກກັບຕົວຈິງທີ່ຂັ້ນເທິງອະນຸມັດ, ກວດກາມາດຖານເງື່ອນໄຂທາງດ້ານສຸຂະພາບ, ການສັກລາຍ ແລະ ສານເສບຕິດຕ່າງໆ, ຮັບ ແລະ ກວດກາເອກະສານນຳສົ່ງ, ຍົກຍ້າຍ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ປະຕິບັດຕາມຄຳສັ່ງ ຂອງກົມໃຫຍ່ເສນາທິການກອງທັບວາງອອກຢ່າງເຂັ້ມງວດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ອົງການ, ກົມກອງ, ພະແນກການທີ່ກຽ່ວຂ້ອງ ຕ້ອງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ເຮັດວຽກງານການກະກຽມ ຮັບເອົານັກຮຽນໃຫ້ສຳເລັດຕາມແຜນການທີ່ໄດ້ກຳນົດໄວ້,ເອົາໃຈໃສ່ປະຕິບັດຕາມແຜນການ, ຂໍ້ຕົກລົງ ແລະ ແຈ້ງການ ຂອງຂັ້ນເທິງຢ່າງຖືກຕ້ອງເຂັ້ມງວດ.
ໂດຍ: ອາລຸນ ແກ້ວຜາສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















