ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ກອງບັນຊາການທະຫານແຂວງຈໍາປາສັກ ເປີດອົບຮົມ-ຫັດແອບ ວຽກງານພະລາທິການ ໄລຍະສັ້ນ ປະຈຳປີ 2026
ເວລາອອກຂ່າວ: 2026-08-19 15:39:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 391 | ຄວາມນິຍົມ:



ວັນທີ 18 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ເປີດອົບຮົມ-ຫັດແອບ ວຽກງານພະລາທິການ ໄລຍະສັ້ນ ປະຈຳປີ 2026, ໂດຍເປັນປະທານ ຂອງສະຫາຍ ພັນເອກ ຖາວອນ ສິນທະປະເສີດ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ,ພະແນກການ, ກົມກອງອ້ອມຂ້າງ, ກອງບັນຊາການທະຫານ 9 ຕົວເມືອງ 1 ນະຄອນ, ໂຮງຮຽນ, ໂຮງໝໍ, ກອງພັນ, ກອງຮ້ອຍເອກະລາດ, ກອງຮ້ອຍທະຫານຊາຍແດນ ພ້ອມດ້ວຍ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາພູ ຈະເລີນວົງ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດ ເປີດອົບຮົມ-ຫັດແອບ ວຽກງານພະລາທິການ ໄລຍະສັ້ນ ປະຈຳປີ 2026. ຈາກນັ້ນ, ສະຫາຍ ພັນໂທ ເພັດ ພົງສະຫວັດ ຫົວໜ້າພະແນກແຜນການ ຫ້ອງພະລາທິການ ກອງບັນຊາການທະຫານແຂວງ ໄດ້ຜ່ານແຜນການອົບຮົມ-ຫັດແອບ ວຽກງານພະລາທິການ ໄລຍະສັ້ນ ປະຈຳປີ 2026, ການເຝິກອົບຮົມໃນຄັ້ງນີ້ ເພື່ອເຮັດໃຫ້ວຽກງານພະລາທິການ ຫັນເຂົ້າສູ່ລະບົບແບບແຜນທັນສະໄໝ ກາຍເປັນຄວາມຮັບຜິດຊອບຂອງທຸກຂັ້ນ ແລະ ມີຄຸນນະພາບ, ຍົກລະດັບຄວາມຮູ້ ຂອງພະນັກງານ-ນັກຮົບວິຊາສະເພາະພະລາທິການ ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ ຂອງກົມກອງ ເປັນການທົບທວນຄືນການຈັດຕັ້ງປະຕິບັດຕົວຈິງ ກັບບັນດາທິດສະດີ ແລະ ຫຼັກການວິຊາສະເພາະວາງອອກ ກໍຄືກົມໃຫຍ່ພະລາທິການກອງທັບໄດ້ກຳນົດ. ເອກະສານທີ່ນຳມາອົບຮົມ-ຫັດແອບໃນຄັ້ງນີ້ ມີຄື: ວຽກງານເສນາພະລາ, ວຽກງານອຸປະໂພກ-ບໍລິໂພກ, ວຽກງານເສນາຮັກ, ວຽກງານຂົນສົ່ງ, ວຽກງານເຄຫະສະຖານ, ວຽກງານຜະລິດກະສິກຳ, ວຽກງານການເງິນ, ວຽກງານນໍ້າມັນເຊື້ອໄຟ. ການອົບຮົມ-ຫັດແອບຈະໄດ້ດຳເນີນເປັນເວລາ 5 ວັນ ຈຶ່ງຈະສຳເລັດ, ມີນັກເຝິກອົບຮົມທັງໝົດ 143 ສະຫາຍ. ໂອກາດນີ້, ສະຫາຍ ພັນເອກ ຖາວອນ ສິນທະປະເສີດ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມ ຈົ່ງຕັ້ງໃຈເຝິກອົບຮົມ, ດຸໝັ່ນຄົ້ນຄວ້າຮໍ່າຮຽນເອົາຄວາມຮູ້ ຄວາມສາມາດ ເພື່ອພັດທະນາຕົນເອງ ແລະ ກົມກອງ ທັງເປັນການແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຕາມສາຍວິຊາສະເພາະຂອງຕົນ ເພື່ອໄປຈັດຕັ້ງປະຕິບັດໃນກົມກອງໃຫ້ເກີດດອກອອກຜົນ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍ. ໂດຍ: ນາງ ສີລິຄານ ສີດາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ