ແຂວງຈຳປາສັກ ແລະ ແຂວງກວາງຫງາຍ ສຶບຕໍ່ຮ່ວມມືຄົ້ນຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມ ຢູ່ແຂວງຈຳປາສັກ
ເວລາອອກຂ່າວ: 2026-08-19 15:51:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 401 | ຄວາມນິຍົມ: ![]()
ວັນທີ 18 ສິງຫາ 2026 ນີ້, ທີ່ກອງບັນຊາການທະຫານແຂວງຈໍາປາສັກ ຄະນະປະຕິບັດງານພິເສດ ແຂວງຈໍາປາສັກ ສປປ ລາວ ແລະ ຄະນະປະຕິບັດງານພິເສດ ແຂວງກວາງຫງາຍ ສສ ຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຊອກຫາອັດຖິທະຫານອາສາສະໝັກ ແລະ ຊຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ແຂວງຈໍາປາສັກ ລະດູແລ້ງສົກປີ 2026-2027, ເຊີ່ງຝ່າຍແຂວງຈໍາປາສັກ ນໍາໂດຍ ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າຄະນະປະຕິບັດງານພິເສດ ແຂວງຈໍາປາສັກ, ຝ່າຍແຂວງກວາງຫງາຍ ນໍາໂດຍ ສະຫາຍ ນາງ ອີ ງອກ ຄະນະປະຈຳພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດ ແຂວງກວາງຫງາຍ, ມີຄະນະປະຕິບັດງານພິເສດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ສົມບູນ ເຮືອງວົງສາ ໄດ້ກ່າວວ່າ: ການເດີນທາງມາຂອງເພື່ອນໃນຄັ້ງນີ້ ແມ່ນເພື່ອປືກສາຫາລືກັນ ກ່ຽວກັບການສືບຕໍ່ຊອກຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ແຂວງຈໍາປາສັກ ລະດູແລ້ງສົກປີ 2026-2027, ເຊິ່ງວຽກງານດັ່ງກ່າວ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານລາວ ເວົ້າລວມ, ເວົ້າສະເພາະ ຄະນະພັກອົງການປົກຄອງແຂວງ ຖືເປັນວຽກງານບູລິມະສິດໜຶ່ງຂອງແຂວງ, ເຊິ່ງໃນໄລຍະຜ່ານມາ ໄດ້ຮ່ວມມືກັນ ແລະ ສາມາດຊອກຫາໄດ້ຕື່ມ ຈໍານວນ 1 ອັດຖິ, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແມ່ນນັບມື້ມີຄວາມຫຍຸ້ງຍາກ ເພາະແຫຼ່ງຂໍ້ມູນບ່ອນຝັງອັດຖິ ນັບມື້ມີຂໍ້ມູນທີ່ເບົາບາງ ບວກກັບສະພາບພູມມີປະເທດ ມີການປ່ຽນແປງຈາກເມື່ອກ່ອນຫຼາຍ, ບຸກຄົນທີ່ຮູ້ຂໍ້ມູນຝັງອັດຖິ ກໍໄດ້ເສຍຊີວິດໄປຫຼາຍ, ການຂຸດຄົ້ນ-ຊອກຫາ ສ່ວນຫຼາຍແມ່ນຄາດເດົາ ແລະ ກະຕວງເອົາ ແຕ່ເຖິງຢ່າງໃດກໍຕາມ ທາງຄະນະປະຕິບັດງານພິເສດແຂວງຈໍາປາສັກ ພ້ອມຄະນະໜ່ວຍງານທີ່ກ່ຽວຂ້ອງ ຈະສ້າງທຸກເງື່ອນໄຂອໍານວຍຄວາມສະດວກ ແລະ ໃຫ້ການສະໜັບສະໜູນ ໃນການປຸກລະດົມຂົນຂວາຍປະຊາຊົນທຸກຊັ້ນຄົນ ໃນທົ່ວແຂວງ ໃຫ້ຄວາມຮ່ວມມື ແລະ ຕອບສະໜອງຂໍ້ມູນທີ່ຈໍາເປັນຕໍ່ກັບວຽກງານດັ່ງກ່າວ ເພື່ອນໍາໄປສູ່ການຊອກຫາ ແລະ ຂຸດຄົ້ນເອົາອັດຖິຂອງອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ຍັງຕົກຄ້າງຢູ່ດິນແດນລາວ ເວົ້າສະເພາະ ຢູ່ແຂວງຈໍາປາສັກ ເພື່ອນໍາສົ່ງກັບຄືນສູ່ບ້ານເກີດເມືອງນອນ ໃຫ້ໄດ້ຢ່າງຄົບຖ້ວນ.
ໂອກາດດຽວກັນ, ສະຫາຍ ນາງ ອີ ງອກ ໄດ້ຕາງໜ້າຄະນະກ່າວສະແດງຄວາມຂອບໃຈຕໍ່ຄະນະປະຕິບັດງານພິເສດແຂວງຈໍາປາສັກ ທີ່ໄດ້ໃຫ້ການຕ້ອນຢ່າງອົບອຸ່ນ, ພ້ອມທັງ ໄດ້ສະເໜີຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈໍາປາສັກຄັ້ງນີ້ ເພື່ອປືກສາຫາລື ແລະ ເຊັນສັນຍາ ຮ່ວມມືສືບຕໍ່ຊອກຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມ ຢູ່ແຂວງຈໍາປາສັກ ໃນສົກປີ 2026-2027.
ໃນກອງປະຊຸມ ຜູ້ແທນທັງສອງຝ່າຍກໍໄດ້ ຕີລາຄາຄືນ ເຖິງຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າສະເພາະ ແຂວງຈໍາປາສັກ ກັບ ແຂວງກວາງຫງາຍ ໃນໄລຍະຜ່ານມາ ແລະ ໄດ້ເປັນເອກະພາບຕໍ່ບົດບັນທຶກ ການຮ່ວມມືກັນໃນຕໍ່ໜ້າ. ພ້ອມທັງ ລົງນາມເຊັນບົດບັນທຶກ ການເຮັດວຽກຮ່ວມກັນ ຢ່າງເປັນທາງການ.
ຂ່າວໂດຍ: ດາວົງ ບຸດຕະວົງ
ພາບໂດຍ: ນາງ ສີລິຄານ ສີດາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















