ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເອກອັກຄະລັດຖະທູດ ມົງໂກລີ
ເວລາອອກຂ່າວ: 2026-08-19 16:02:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 432 | ຄວາມນິຍົມ: ![]()
ວັນທີ 19 ສິງຫາ 2026 ນີ້, ທີ່ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ບັດເທີຣ ດາວາຄູ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ ເນື່ອງໃນໂອກາດທີ່ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ.
ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ບັດເທີຣ ດາວາຄູ ທີ່ໄດ້ຮັບການແຕ່ງຕັ້ງມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ມົງໂກລີ ເວົ້າລວມ, ເວົ້າສະເພາະ ແມ່ນສອງກອງທັບ ທີ່ມີສາຍພົວພັນມາແຕ່ດົນນານ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເຕີບໃຫຍ່ຂະຫຍາຍຕົວຍິ່ງໆ ຂຶ້ນ.
ໂອກາດດຽວກັນນີ້, ທ່ານ ບັດເທີຣ ດາວາຄູ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ພ້ອມທັງ ຢືນຢັນວ່າ ຈະສືບຕໍ່ປະຕິບັດໜ້າທີ່ຢ່າງສຸດຄວາມສາມາດ ເພື່ອເພີ່ມທະວີ ແລະ ເສີມສ້າງສາຍພົວພັນການຮ່ວມມືທີ່ດີ ລະຫວ່າງ ມົງໂກລີ-ລາວ ກໍຄືສອງກອງທັບ ໃຫ້ເກີດດອກອອກຜົນຍິ່ງໆ ຂຶ້ນ.
ໂດຍ: ລຸນທອງ ສີບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















