ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ຄະນະ​ນັກ​ກິລາ​ເທ​ຄວັນ​ໂດ ຈາກ​​ສ.ເກົາຫຼີ ເຜີຍແຜ່​ມູນເຊື້ອ​ສິລະ​ປະ​ປ້ອງ​ກັນ​ຕົວ ຢູ່ ​ສປປ ລາວ
ເວລາອອກຂ່າວ: 2026-08-20 09:38:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 251 | ຄວາມນິຍົມ:



ໂຮງຮຽນ ມັດທະຍົມ​ສຶກ​ສາ​ສົມບູນ (​ມສ) ວຽງ​ຈັນ ຕ້ອນຮັບ​ຄະນະ​ນັກ​ກິລາ​ເທ​ຄວັນ​ໂດ ຄັງ ແລະ ສະໂມສອນ ຊຸຍ​ຮຸຍ​ໂລ ຈາກ​ເມືອງ​ປູ​ຊານ ສ.ເກົາຫຼີ ເນື່ອງ​ໃນ​ໂອກາດ​ທີ່​ໄດ້​ມາ​ເຄື່ອນ​ໄຫວ ແລະ ສາທິດ​ວິທີ​ປ້ອງ​ກັນ​ຕົວ ຢູ່ ​ສປປ ລາວ ເວົ້າ​ສະເພາະ​ແມ່ນ​ເຜີຍແຜ່​ມູນເຊື້ອ​ການສະແດງ​ສິລະ​ປະ​ປ້ອງ​ກັນ​ຕົວ ປະເພດ​ກິລາ​ເທ​ຄວັນ​ໂດ ເຊິ່ງ​ເປັນ​ກິລາ​ປະຈຳ​ຊາດ​ຂອງ ສ.ເກົາຫຼີ ໃນ​ວັນ​ທີ 14 ສິງຫາ 2026 ທີ່ ​ມສ ວຽງ​ຈັນ ໂດຍ​ໃຫ້​ກຽດ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຂອງ ​ທ່ານ ທອງ​ພັນ ອຸໄລ​ທອນ ຜູ້ອຳນວຍການ ​ມສ ວຽງ​ຈັນ, ມີ​ທ່ານ ຄັງ ເຊິງ​ອອນ ປະທານ​ສະໂມສອນ​ເທ​ຄວັນ​ໂດ ຄັງ, ທ່ານ ແຊ ຊອນ​ອູ ແລະ ທ່ານ ໂອ ຊອນ​ຊ໋ອກ ຜູ້ນຳ​ພາ​ເຍົາວະ​ຊົນ​ສະໂມສອນ ຊຸຍ​ຮຸຍ​ໂລ, ຄະນະ​ອຳນວຍ​ການ ​ມສ ວຽງ​ຈັນ ພ້ອມ​ດ້ວຍ​ຄູ-ອາຈານ ແລະ ນ້ອງ​ນັກຮຽນ ເຂົ້າ​ຮ່ວມ​ຢ່າງ​ຕື່ນເຕັ້ນ ແລະ ເບີກບານ​ມ່ວນຊື່ນ. ກິດຈະກຳ​ດັ່ງກ່າວ ຈັດ​ຂຶ້ນ​ພາຍ​ໃຕ້​ການ​ຊີ້​ນຳ ແລະ ອຳນວຍ​ຄວາມ​ສະດວກ​ຈາກ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ ນະຄອນຫຼວງ​ວຽງ​ຈັນ ໃນ​ພິທີ​ທາງ​ຄະນະ​ສະໂມສອນ ຊຸຍ​ຮຸຍ​ໂລ ໄດ້​ມີ​ການສະແດງ​ສິລະ​ປະ​ປ້ອງ​ກັນ​ຕົວ​ຂອງ​ກິລາ​ເທ​ຄວັນ​ໂດ​ອັນ​ຕື່ນເຕັ້ນ ແລະ ສວຍ​ງາມ. ຈາກ​ນັ້ນ, ໄດ້​ມີ​ພິທີ​ມອບ-ຮັບ​ອຸປະກອນ​ກິລາ ໃຫ້​ແກ່ ​ມສ ວຽງ​ຈັນ ແລະ ມອບ​ຂອງຂວັນ​ໃຫ້​ແກ່​ອຳນວຍ​ການ​ໂຮງ ຮຽນ ​ມສ ສິນ​ໄຊ ເພື່ອ​ເປັນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ ລະຫວ່າງ​ປະຊາຊົນ​ສອງ​ຊາດ ລາວ-ສ.ເກົາຫຼີ ກໍ​ຄື ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ​ໃຫ້​ນັບ​ມື້​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ