ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ທີມ​ຊາດ​ລາວ U20 ລົງ​ເຝິກ​ຊ້ອມ ເພື່ອ​ກຽມ​ຄວາມ​ພ້ອມ ການ​ແຂ່ງຂັນ​ບານເຕະ​ຊາຍ ຊີງ​ແຊັມ​ອາຊີ ຮອບ​ຄັດ​ເລືອກ 2027
ເວລາອອກຂ່າວ: 2026-08-20 09:39:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 253 | ຄວາມນິຍົມ:



ວັນ​ອັງຄານ 18 ສິງຫາ 2026 ນີ້, ທີມ​ຊາດ​ລາວ U20 ໄດ້​ລົງ​ເຝິກ​ຊ້ອມ​ຕໍ່​ເນື່ອງ ເພື່ອ​ກຽມ​ຄວາມ​ພ້ອມ ໃນ​ການ​ແຂ່ງຂັນ​ບານເຕະ​ຊາຍ ຊີງ​ແຊັມ​ອາຊີ ຮຸ່ນ​ ອາຍຸ​ບໍ່​ເກີນ 20 ປີ (U20) ຮອບ​ຄັດ​ເລືອກ 2027. ທີ່ສະໜາມກິລາ​ຫຼັກ 16 ເດີ່ນ​ນອກ ພາຍ​ໃຕ້​ການ​ຄຸມ​ທີມ​ຂອງ ​ທ່ານ ກັນລະຍາ ສີ​ສົມ​ຫວັງ ອະດີດ​ນັກ​ເຕະ​ທີມ​ຊາດ​ລາວ ຫົວໜ້າ​ຄູ​ເຝິກ ແລະ ພ້ອມ​ດ້ວຍ ທ່ານ ສອນ​ວິໄລ ສີ​ຫາ​ວົງ ເປັນ​ຜູ້​ຊ່ວຍ​ຄູ​ເຝິກ. ຮ່ວມ​ເຊຍ ທີມ​ຊາດ​ລາວ U20 ການ​ແຂ່ງຂັນ​ບານເຕະ​ຊາຍ ຊີງ​ແຊັມ​ອາຊີ ຮຸ່ນ​ອາຍຸ​ບໍ່​ເກີນ 20 ປີ (U20) ຮອບ​ຄັດ​ເລືອກ 2027 (AFC U20 Asian Cup 2027 Qualifiers) ກຸ່ມ H ໂດຍ​ມີ​ຕາຕະລາງ​ແຂ່ງຂັນ​ດັ່ງນີ້: ວັນ​ທີ 31 ສິງຫາ 2026 ເວລາ 19:00 ໂມງ ທີມ​ຊາດ​​ອົສ​ຕຣາ​ລີ ພົບ​ກັບ ທີມ​ຊາດ​ລາວ, ວັນ​ທີ 3 ກັນຍາ 2026 ເວລາ 19:00 ໂມງ ທີມ​ຊາດ​ລາວ ພົບ​ກັບ ທີມ​ຊາດ ​ອິນ​ໂດ​ເນ​ເຊຍ, ວັນ​ທີ 6 ກັນຍາ 2026 ເວລາ 19:00 ໂມງ ທີມ​ຊາດ​ມາ​ເລ​ເຊຍ ພົບ​ກັບ ທີມ​ຊາດ​ລາວ, ສະໜາມກິລາ​ແຫ່ງ​ຊາດ​ຫຼັກ 16. ທຸກໆ​ນັດ​ການ​ແຂ່ງຂັນ​ຂອງ​ທີມ​ຊາດ​ລາວ ຈະ​ຖ່າຍ​ທອດ​ສົດ​ຜ່ານ​ຊ່ອງ​ຢູ​ທູບ LAOFF TV, ບັດ​ເຂົ້າ​ຊົມ ມີ​ລາຄາ​ດັ່ງນີ້: ປະຕູ A1 ລາຄາ 50.000 ກີບ. ປະຕູ A2 ລາຄາ 50.000 ກີບ ປະຕູ C ລາຄາ 20.000 ກີບ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ