ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ວູ​ຊູ​ລາວ ເຝິກ​ຊ້ອມ​ຢູ່ ​ສປ ຈີນ ເພື່ອ​ກຽມ​ຮ່ວມ ເອ​ຊຽນເກມ ທີ່​ ຍີ່ປຸ່ນ
ເວລາອອກຂ່າວ: 2026-08-24 11:41:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 194 | ຄວາມນິຍົມ:



ທັບ​ນັກ​ກິລາ​ວູ​ຊູ​ທີມ​ຊາດ​ລາວ ກຳລັງ​ເກັບ​ໂຕ​ເຝິກ​ຊ້ອມ ຢູ່​ສູນ​ຝືກ​ວູ​ຊູ ຊານ​ຕະ, ເມືອງ​ລີ​ຈຽງ, ແຂວງ​ຢູນ​ໜາ, ​ສປ ຈີນ​ເມືອງ ໂດຍ​ຈະ​ເກັບ​ໂຕ​ຝືກ​ຊ້ອມ​ຢູ່​ທີ່​ນີ້ ຮອດ​ວັນ​ທີ 4 ກັນຍາ ກ່ອນ​ຈະ​ກັບ​ຄືນ​ປະເທດ ແລະ ກະກຽມ​ອອກ​ເດີນທາງ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ກິລາ​ເອ​ຊຽນ ເກມ ຄັ້ງ​ທີ 20 ທີ່​ປະເທດ​ຍີ່ປຸ່ນ ໃນ​ລະຫວ່າງ ວັນ​ທີ 16 ກັນຍາ ເຖິງ 4 ຕຸລາ 2026. ອີງ​ຕາມ​ຂໍ້​ມູນ​ຈາກ ອາຈານ ລັງ​ສັນ ມະ​ໂສພາ, ຄູ​ເຝິກ​ວູ​ຊູ​ທີມ​ຊາດ​ລາວ ໃຫ້​ຮູ້​ວ່າ: ທັບ​ນັກ​ກິລາ​ວູ​ຊູ​ທີມ​ຊາດ​ລາວ ຊຸດ​ກຽມ​ເດີນທາງ​ໄປ​ເອ​ຊຽນ ເກມ ຄັ້ງ​ທີ 20 ທີ່​ປະເທດ​ຍີ່ປຸ່ນ ມີ​ທັງ​ໝົດ 9 ທ່ານ ປະກອບ​ດ້ວຍ: 1. ທ່ານ ຄຳ​ໃສ ທອງ​ປະເສີດ ຫົວໜ້າ​ຄະນະ, 2. ທ່ານ ລັງ​ສັນ ມະ​ໂສພາ ຄູ​ເຝິກ, 3. ທ່ານ ໂພ​ໄຊ ອາ​ໄພ​ລາດ ຄູ​ເຝິກ, 4. ນາງ ອາ​ລິ​ສາ ໄຊ​ຍະ​ສິດ ນັກ​ກິລາ​ປະເພດ​ຕໍ່ສູ້ (ຮຸ່ນ​ນ້ຳໜັກ -56 ກິ​ໂລກ​ຣາມ), 5. ນາງ ປານີ ບຸນ​ມີ​ໄຊ ນັກ​ກິລາ​ປະເພດ​ຕໍ່ສູ້ (ຮຸ່ນ​ນ້ຳໜັກ -60 ກິ​ໂລກ​ຣາມ), 6. ທ້າວ ໂຕ​ໂດ້ ທິບ​ພະ​ສານ ນັກ​ກິລາ​ປະເພດ​ຕໍ່ສູ້ (ຮຸ່ນ​ນ້ຳໜັກ -56 ກິ​ໂລກ​ຣາມ), 7. ທ້າວ ຫົງ​ປະເສີດ ອຸດົມ​ເດດ ນັກ​ກິລາ​ປະເພດ​ຕໍ່ສູ້ (ຮຸ່ນ​ນ້ຳໜັກ -65 ກິ​ໂລກ​ຣາມ), 8. ທ້າວ ຜົນ ສາຍ​ບຸນ​ເພັງ ນັກ​ກິລາ​ປະເພດ​ຕໍ່ສູ້ (ຮຸ່ນ​ນ້ຳໜັກ -70 ກິ​ໂລກ​ຣາມ), 9. ທ້າວ ອາ​ນົງ ທົງ​ຈະເລີນ ນັກ​ກິລາ​ປະເພດ​ຕໍ່ສູ້ (ຮຸ່ນ​ນ້ຳໜັກ -75 ກິ​ໂລກ​ຣາມ).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ