ປະກາດການແຕ່ງຕັ້ງ ຮັກສາການ ຫົວໜ້າຫ້ອງການ ວປກ
ເວລາອອກຂ່າວ: 2026-09-02 15:19:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 230 | ຄວາມນິຍົມ: ![]()
ວັນທີ 1 ກັນຍາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ປະກາດການແຕ່ງຕັ້ງ ຮັກສາການ ຫົວໜ້າຫ້ອງການ ວປກ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ກໍາມະການສໍາຮອງສູນກາງພັກ, ຫົວໜ້າການເມືອງ ວປກ, ຄະນະພັກ-ຄະນະອຳນວຍການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນດາ ໄຊຈະເລີນ ຮອງຫົວໜ້າກົມການເມືອງ ວປກ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮັກສາການ ຫົວໜ້າຫ້ອງການ ວປກ ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສີວິໄລ ທະວັດດີ ຫົວໜ້າຄະນະຮັບຜິດຊອບນັກສຶກສາລະບົບພາສາຕ່າງປະເທດ ເປັນຮັກສາການ ຫົວໜ້າຫ້ອງການ ວປກ ແລະ ສະຫາຍ ພັນໂທ ໄຊຍະລາດ ຈິດຕະມາດ ຮອງຫົວໜ້າຄະນະຮັບຜິດຊອບນັກສຶກສາລະບົບພາສາຕ່າງປະເທດ, ເປັນຮັກສາການ ຫົວໜ້າຄະນະຮັບຜິດຊອບນັກສຶກສາລະບົບພາສາຕ່າງປະເທດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ໄດ້ມີຄໍາເຫັນຊີ້ນຳຫຼາຍບັນຫາ ເປັນຕົ້ນແມ່ນ ຕ້ອງໄດ້ກໍາແໜ້ນມະຕິ, ຄໍາສັ່ງຂັ້ນເທິງ ໂດຍສະເພາະ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງອົງຄະນະພັກ ກະຊວງປ້ອງກັນປະເທດວາງອອກ ຕິດພັນກັບໜ້າທີ່ການເມືອງກົມກອງ, ປັບປຸງກໍ່ສ້າງກົມກອງ ແລະ ເອົາໃຈໃສ່ປັງປຸງແບບແຜນວິທີເຮັດວຽກ ໃຫ້ມີຫຼັກວິທະຍາສາດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເອົາໃຈໃສ່ວຽກງານການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ກຳແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອພ້ອມກັນປັບປຸງກໍ່ສ້າງ ວປກ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ສົມເປັນວິທະຍາຄານສູງສຸດ ຂອງກອງທັບປະຊາຊົນລາວ.
ໂດຍ: ເຂັງພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















