ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 12 ກັນຍາ 2026

  

ບໍລິສັດ ທອງເພັດອຸດົມຊັບ ຈຳກັດຜູ້ດຽວ ມອບເງິນອຸປະຖຳໃຫ້ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-09-02 15:50:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 335 | ຄວາມນິຍົມ:



ວັນທີ 2 ກັນຍາ 2026 ນີ້, ບໍລິສັດ ທອງເພັດ ອຸດົມຊັບ ຈຳກັດຜູ້ດຽວ ໄດ້ມອບເງິນອຸປະຖໍາ ໃຫ້ກະຊວງປ້ອງກັນປະເທດ ຈຳນວນ 1.300.000.000 ກີບ, ໂດຍການກ່າວມອບ ຂອງສະຫາຍ ທອງເກດ ໄຊຍະວົງ ປະທານ ບໍລິສັດ ທອງເພັດອຸດົມຊັບ ຈຳກັດຜູ້ດຽວ ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພົນຕີ ກົງທອງ ສຸຂະວົງຮອງ ລັດຖະມົນຕີກະຊວງປ້ອງກັນປະເທດ. ໂອກາດນີ້, ສະຫາຍ ທອງເກດ ໄຊຍະວົງໄດ້ກ່າວວ່າ: ການມອບເງິນອຸປະຖໍາ ໃນຄັ້ງນີ້, ເພື່ອເປັນການປະກອບສ່ວນຊຸກຍູ້ໃຫ້ກະຊວງປ້ອງກັນປະເທດ ນຳໃຊ້ເຂົ້າໃນວຽກງານວິຊາສະເພາະ ແລະ ບໍລິຫານ ຂອງກະຊວງປ້ອງກັນປະເທດ. ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ສະແດງຄວາມຂອບໃຈ ຕໍ່ປະທານ ບໍລິສັດ ທອງເພັດອຸດົມຊັບ ຈຳກັດຜູ້ດຽວ ທີ່ໄດ້ນຳເອົາວັດຖຸປັດໄຈດັ່ງກ່າວ ມາປະກອບສ່ວນຊ່ວຍຊຸກຍູ້ໃຫ້ກອງທັບ ເພື່ອເປັນການປະກອບສ່ວນ ສຳຄັນເຂົ້າໃນຂົງເຂດວຽກງານປ້ອງກັນຊາດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໂດຍ: ບຸນຊ້ອຍ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ