ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງ​ບັນຊາ​ການ​ທະຫານ​ເມືອງ​ສຳພັນ ປິດ​ຊຸດ​ອົບຮົມ-ຫັດ​ແອບ ແລະ ປະຕິບັດ​ຍິງ​ລູກປືນ​ແທ້ ປະຈຳ​ໄຕ​ມາດ II
ເວລາອອກຂ່າວ: 2026-09-04 08:45:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ:



ໃນ​ທ້າຍ​ເດືອນ​ສິງຫາ​ຜ່ານ​ມາ, ກອງ​ບັນຊາ​ການທະຫານ​ເມືອງ​ສຳພັນ ແຂວງ​ຜົ້ງ​ສາລີ ໄດ້ຈັດຕັ້ງປິດຊຸດອົບຮົມ- ຫັດ​ແອບການ​ທະຫານ, ການ ເມືອງ, ພະລາທິການ-ເຕັກນິກ ແລະ ປະຕິບັດຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ປະ ຈຳ​ໄຕ​ມາດ II ປີ 2026, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ສະຫາຍ ທອງ ຕື ເກຍ​ສະບົງ ເລຂາ​ພັກ​ເມືອງ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ເມືອງ​ສຳພັນ, ແຂກ​ຖືກ​ເຊີນ ຈາກ​ພາກ ສ່ວນ​ຕ່າງໆ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງ​ສະຫວັນ ປວງ​ວິ​ໄຊ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ສຳພັນ ໄດ້​ລາຍ​ງານ​ການຈັດຕັ້ງ​ປະຕິບັດ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ໃນ​ຄັ້ງ​ນີ້, ເຊິ່ງ​ແມ່ນ​ການ​ປັບປຸງ​ກໍ່ສ້າງ​ກຳລັງ​ຢູ່​ພາຍ​ໃນ​ກົມ​ກອງ​ໃຫ້​ເຂັ້ມແຂງ, ຍົກ​ສູງ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ພະນັກງານ-ນັກຮົບ ມີ​ຄວາມ​ຊຳນິ​ຊຳນານ ໃນ​ການ​ນຳ​ໃຊ້​ອາວຸດ​ຂອງ​ເຫຼົ່າ​ຮົບ​ວິຊາ​ສະເພາະ ແລະ ຮັບປະກັນ​ດັບ​ສູນ​ເປົ້າ​ໝາຍ​ດ້ວຍ​ຄວາມ​ແມ້ນ​ຢຳ, ທັງ​ເປັນ​ການ​ກວດກາ​ຄືນ ພາຍຫຼັງ​ທີ່​ໄດ້​ຮ່ຳຮຽນ​ທາງ​ດ້ານ​ທິດ​ສະ​ດີ​ຫຼັກການ ສົມທົບ​ກັບ​ການ​ປະຕິບັດ​ຕົວ​ຈິງ ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ດຽວ​ກັນ​ນີ້, ກໍ​ໄດ້​ສະຫຼຸບ​ລວມ​ບັ້ນ​ອົບຮົມ-ຫັດ​ແອບ ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ ດັ່ງນີ້: ພາກ​ກິລາ​ການ​ທະຫານ ບັນລຸ​ໄດ້ 97,57%, ພາກ​ການເມືອງ 99,9%, ພາກ​ລະບຽບ 90,8%, ພາກ​ພະລາທິການ-ເຕັກນິກ 90,9%, ພາກ​ສິລະ​ປະຍຸດ 90,49% ແລະ ພາກ​ຍຸດທະວິທີ 92,68%, ສະເລ່ຍ​ຜົນ​ໄດ້​ຮັບ​ລວມ ເທົ່າ​ກັບ 90,70%. ໂອກາດ​ນີ້, ສະຫາຍ ທອງຕື ເກຍ​ສະບົງ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ຄະນະ​ພັກ-ຄະ ນະ​ບັນຊາ, ຄູ​ອາຈານ ແລະ ພະ ນັກງານ-ນັກຮົບ ທີ່​ໄດ້​ເອົາໃຈ ໃສ່​ຈັດ​ຕັ້ງ​ປະຕິບັດແຜນການ​ອົບຮົມ-ຫັດ​ແອບ ສຳເລັດ​ຕາມ​ແຜນການ ແລະ ຮັບປະກັນ​ຄວາມ​ປອດ​ໄພ 100%. ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ສືບຕໍ່​ເປັນ​ເຈົ້າ​ການ​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ ໃຫ້​ແກ່​ພະນັກງານ-ນັກ ຮົບ​ຢ່າງ​ຕໍ່​ເນື່ອງ, ຮຽກ​ຮ້ອງ​ໃຫ້​ພະນັກງານ-ນັກຮົບ​ແຕ່​ລະ​ສະ ຫາຍ ພ້ອມ​ກັນ​ນຳ​ເອົາ​ບົດຮຽນ​ໃນ​ຄັ້ງ​ນີ້ ໄປ​ຈັດ​ຕັ້ງ​ປະຕິບັດ​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຕົວ​ຈິງ ໃຫ້​ໄດ້​ຮັບ​ໝາກຜົນ​ສູງ ແລະ ຮັດ​ແໜ້ນ​ຄວາມ​ສາມັກຄີ ໃຫ້​ແໜ້ນ​ແຟ້ນ​ເລິກເຊິ່ງ​ກວ່າ​ເກົ່າ. ໂດຍ: ຊຽງ​ເຫຼັກ ເກດ​ທະ​ຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ