ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຮຽນ​ຮູ້​ອະດີດ ເພື່ອ​ກ້າວ​ສູ່​ອະນາຄົດ ຄວາມ​ປະ​ທັບ​ໃຈ​ຂອງ​ພະນັກງານ​ທະຫານ​ໜຸ່ມ
ເວລາອອກຂ່າວ: 2026-09-04 08:46:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 237 | ຄວາມນິຍົມ:



ສະຫາຍ ຮ້ອຍ​ໂທ ຄຳ​ອ້າຍ ທອງ​ວັນ ນັກ​ເຝິກອົບຮົມ​ວຽກ​ງານ​ການເມືອງ-ແນວ​ຄິດ ໄລຍະ​ສັ້ນ ຊຸດ​ທີ I ປີ 2026 ມາ​ຈາກ​ກອງ​ວິທະຍຸ​ກະຈາຍສຽງ​ກອງ ທັບ ໄດ້​ໃຫ້​ຮູ້​ວ່າ: ຂ້າພະເຈົ້າ​ໃນ​ຖານະ​ເປັນ​ພະນັກງານ​ທະຫານ​ໜຸ່ມ​ຜູ້​ໜຶ່ງ​ທີ່​ຫາກໍ່​ກ້າວ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ທະຫານ​ໄດ້​ບໍ່​ດົນ ຮູ້ສຶກ​ເປັນ​ກຽດ ແລະ ພູມໃຈ​ຫຼາຍ ທີ່​ໄດ້​ຮັບ​ໂອກາດ​ເຂົ້າ​ຮ່ວມ​ການ​ເຝິກ ອົບຮົມ​ວຽກ​ງານ​ການເມືອງ​ແນວ​ຄິດໄລຍະ​ສັ້ນ ເຊິ່ງ​ເປັນ​ປະສົບ​ການ​ອັນ​ລ້ຳ​ຄ່າ ທີ່​ໄດ້​ເປີດ​ປະຕູ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ໃໝ່ໆ ໃຫ້​ແກ່​ຂ້າພະເຈົ້າ​ຢ່າງ​ກວ້າງຂວາງ ແລະ ເລິກເຊິ່ງ. ຕະຫຼອດ​ໄລຍະ​ການ​ເຝິກ ອົບຮົມ ຂ້າພະເຈົ້າ​ໄດ້​ຮັບ​ການ​ຖ່າຍ​ທອດ​ຄວາມ​ຮູ້​ກ່ຽວກັບປະ ຫວັດສາດ​ຂອງ​ຊາດ​ລາວ​ຕັ້ງ ແຕ່​ຍຸກ​ສະໄໝ​ບູຮານ​ຜ່ານການ ​ຕໍ່ສູ້​ກູ້​ຊາດ ຈົນ​ມາ​ເຖິງ​ການ​ສ້າງຕັ້ງ ແລະ ພັດທະນາປະເທດ​ຊາດ​ໃນ​ ປັດຈຸບັນ. ການໄດ້ຮຽນຮູ້ເລິກ ເຊິ່ງ​ກ່ຽວ​ກັບ​ຄວາມກ້າຫານຄວາມ ສາມັກຄີ ແລະ ຄວາມເສຍສະຫຼະ ຂອງບັນພະບຸລຸດ ໄດ້​ເຮັດ​ໃຫ້​ຂ້າ ພະເຈົ້າ​ຮູ້ສຶກ​ຮັກ ແລະ ພູມໃຈ​ໃນ​ຄວາມ​ເປັນ​ລາວ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ນອກຈາກ​ນັ້ນ, ຂ້າພະເຈົ້າ​ຍັງ​ໄດ້​ຮັບ​ຄວາມ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ກ່ຽວ​ກັບ​ມູນເຊື້ອ​ອັນ​ດີງາມ​ຂອງ​ຊາດ ບໍ່​ວ່າ​ຈະ​ເປັນ​ຮີດຄອງ​ປະເພນີວັດທະນະທຳ ແລະ ຄຸນຄ່າ​ທາງ​ສິນ​ລະ​ທຳ ທີ່​ບັນພະບຸລຸດ​ໄດ້​ສືບ​ທອດ​ມາ​ເປັນ​ເວລາ​ຫຼາຍ​ພັນ​ປີ. ແນວທາງ​ຂອງ​ພັກ​ຕໍ່​ກັບ​ການ​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມ ສິ່ງ​ທີ່​ຂ້າພະເຈົ້າ​ຖື​ວ່າ​ມີ​ຄຸນຄ່າ​ຫຼາຍ​ທີ່​ສຸດ​ຄື​ການ​ໄດ້​ຮັບ​ຮູ້ ແລະ ເຂົ້າໃຈ​ຢ່າງ​ເລິກເຊິ່ງກ່ຽວ​ ກັບ​ແນວທາງ​ນະໂຍບາຍ​ຂອງ​ພັກ ໃນ​ການ​ເສີມ​ຂະຫຍາຍ ແລະ ປົກ​ປັກ​ຮັກສາ​ມູນເຊື້ອ​ອັນ​ດີງາມ​ຂອງ​ຊາດ ຄຽງ​ຄູ່​ໄປ​ກັບ​ການ​ພັດທະນາ​ປະເທດ​ຊາດ​ໃຫ້​ທັນ​ສະ ໄໝ. ພັກ​ໄດ້​ນຳພາ​ຢ່າງຈະແຈ້ງ ວ່າ ການ​ພັດທະນາ​ຕ້ອງ​ດຳເນີນ​ໄປ​ພ້ອມ​ກັບ​ການ​ຮັກສາ​ຮາກ​ຖານ​ທາງ​ວັດທະນະທຳ ບໍ່ໃຫ້ຖືກ​ກືນ​ຫາຍ​ໄປ​ກັບ​ກະແສການປ່ຽນແປງ ຂອງ​ໂລກ. ໃນ​ຖານະ​ພະນັກງານ​ທະຫານ​ໜຸ່ມ ຂ້າພະເຈົ້າ​ຕະ​ໜັກ​ໄດ້​ວ່າ ໜ້າທີ່​ຂອງ​ຂ້າພະເຈົ້າ ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ທັງ​ການ​ເປັນ​ຕົວ​ແບບ​ອັນ​ດີ ໃນ​ການ​ອະນຸລັກ ແລະ ສືບ​ທອດ​ມູນເຊື້ອ​ອັນ​ດີງາມ​ຂອງ​ຊາດ​ອີກ​ດ້ວຍ. ນອກຈາກ​ການ​ເຝິກອົບຮົມ​ຢູ່​ພາຍ​ໃນ​ຫ້ອງ​ຮຽນ​ແລ້ວ ຂ້າ ພະເຈົ້າ​ຍັງ​ໄດ້​ມີ​ໂອກາດ​ໄປ​ທັດ ສະນະ​ສຶກ​ສາ​ຢູ່ ຫໍ​ພິ​ພິ​ທະ​ພັນ​ປະ​ຫັວດ​ສາດ​ກອງທັບ​ປະຊາຊົນ ລາວ ເຊິ່ງ​ເປັນປະສົບການທີ່ເຮັດ​ໃຫ້​ຄວາມ​ຮູ້​ທີ່​ໄດ້​ຮຽນ​ມາ​ຕະ ຫຼອດ​ການ​ເຝິກອົບຮົມກາຍເປັນ​ຮູບ​ປະ​ທຳ​ຢ່າງ​ແທ້​ຈິງ. ການ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ວັດຖຸ​ພັນ, ພາບ​ຖ່າຍ ແລະ ເອກະສານ​ປະຫວັດສາດ​ຂອງ​ກອງທັບ​ປະຊາຊົນ​ລາວ ທີ່​ບອກເລົ່າ​ເລື່ອງ​ລາວ​ການ​ຕໍ່ສູ້​ຂອງ​ກອງທັບ​ປະຊາຊົນ​ລາວ ໄດ້​ເຮັດ​ໃຫ້​ຂ້າພະເຈົ້າ​ຮູ້ສຶກ​ຊາບ​ຊຶ້ງ​ໃຈ ແລະ ຄິດ​ຄຳນຶງ​ເຖິງ​ຄວາມ​ເສຍສະຫຼະ​ຂອງ​ນັກຮົບ​ປະຕິວັດ​ຮຸ່ນ​ກ່ອນ ທີ່​ໄດ້​ຕໍ່ສູ້ ແລະ ຍ້ອມ​ເສຍ​ຊີວິດ​ເລືອດ​ເນື້ອ​ເພື່ອ​ປະເທດ​ຊາດ​ເພື່ອ​ໃຫ້​ໄດ້​ມາ​ ເຊິ່ງ​ເອກະລາດ ແລະ ສັນຕິພາບ​ໃນ​ປັດຈຸບັນ. ພາຍຫຼັງ​ສຳເລັດ​ການ​ເຝິກ ອົບຮົມ ຄັ້ງ​ນີ້ຂ້າພະເຈົ້າ​ຮູ້ສຶກ​ວ່າ​ຕົນ​ເອງ​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ຂຶ້ນ ທັງ​ທາງ​ດ້ານ​ຄວາມ​ຄິດ ແລະ ຄວາມຮັບຜິດຊອບ. ຂ້າພະເຈົ້າຂໍ​ ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ຕົນ​ເອງວ່າ ຈະ​ນຳ​ເອົາ​ຄວາມ​ຮູ້ ແລະ ຄວາມ​ເຂົ້າໃຈ​ທີ່​ໄດ້​ຮັບ​ຈາກ​ການ​ເຝິກ ອົບຮົມ​ໃນ​ຄັ້ງ​ນີ້ ໄປ​ໝູນ​ໃຊ້​ໃນ​ວຽກ​ງານ ແລະ ຊີວິດ​ປະຈຳ​ວັນ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ການເມືອງ ແລະ ວິຊາ​ສະເພາະ​ຂອງ​ຕົນ ຕັ້ງໜ້າ​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມ​ຂອງ​ຊາດ ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ຈະເລີນ​ກ້າວໜ້າ​ຕະຫຼອດ​ໄປ. ໂດຍ: ໄພລິນ ບຸນ​ຍັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ