ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ພະແນກການເມືອງ ກອງພັນໃຫຍ່ 11 ເປີດຂະບວນການແຂ່ງຂັນກິລາເປຕັງ
ເວລາອອກຂ່າວ: 2026-09-04 09:06:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 251 | ຄວາມນິຍົມ:



ວັນທີ 3 ກັນຍາ 2026 ນີ້, ພະແນກການເມືອງ ກອງພັນໃຫຍ່ 11 ໄດ້ເປີດຂະບວນການແຂ່ງຂັນກິລາເປຕັງ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນເກີດ ພະໄຊຍະວົງ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 11, ມີ ພະນັກງານ-ນັກຮົບ ແລະ ທີມນັກກິລາ ເຂົ້າຮ່ວມ. ສະຫາຍ ພັນຕີ ສາຍທອງ ຊາວພູວອນ ຮັກສາການຫົວໜ້າຂະແໜງສັງລວມ ພະແນກການເມືອງກອງພັນໃຫຍ່ 11 ໄດ້ຜ່ານແຜນການຈັດການແຂ່ງຂັນກິລາເປຕັງ ເພື່ອຂໍ່ານັບຮັບຕ້ອນວັນບຸນປະຫວັດສາດສຳຄັນຕ່າງໆ ຂອງຊາດ, ຂອງພັກ, ເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກກອງພັນໃຫຍ່ 11 ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກ ພະແນກການເມືອງ ໃຫ້ເຂົ້າສູ່ຊີວິດຕົວຈິງ ຂອງກົມກອງ, ເປັນການສ້າງຂະບວນການເພື່ອຂ່ຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ແລະ ວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 51 ປີ, ວັນສ້າງຕັ້ງກອງທັບ ຄົບຮອບ 78 ປີ ໃຫ້ເຕັມໄປດ້ວຍຄວາມໝາຍ ຄວາມສຳຄັນ ແລະ ມີບັນຍາກາດຟົດຟື້ນ, ຮັດແໜ້ນຄວາມສາມັກຄີ ລະຫວ່າງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ແລະ ເປັນການເປີດເດີ່ນກິລາເປຕັງໃໝ່ ຂອງພະແນກການເມືອງ ຢ່າງເປັນທາງການ. ສຳລັບການແຂ່ງຂັນກິລາເປຕັງໃນຄັ້ງນີ້ ປະກອບມີ 18 ທີມ. ຜົນການແຂ່ງຂັນ ລາງວັນທີ I ຂະແໜງສະຫະພັນແມ່ຍິງ, ລາງວັນທີ II ໜ່ວຍງານປະດັບປະດາ ຂະແໜງໂຄສະນາ ແລະ ລາງວັນທີ III ຂະແໜງໄອຍະການ. ໂອກາດນີ້, ສະຫາຍ ຮ້ອຍເອກ ສິດທິພອນ ຫຼວງອາໄພ ຊ່ວຍວຽກຂະແໜງໂຄສະນາ ພະແນກການເມືອງ ຍັງໄດ້ມອບ ຂັນລາງວັນ 3 ໜ່ວຍ ແລະ ເຄື່ອງກິລາ ຈຳນວນ 15 ຊຸດ ເປັນເງິນ 2.500.000 ກີບ ໃຫ້ແກ່ພະແນກການເມືອງ ໂດຍການກ່າວຮັບ ຂອງ ສະຫາຍ ພັນໂທ ບຸນເກີດ ພະໄຊຍະວົງ ພ້ອມທັງ ມອບໃບກຽດຕິຄຸນໃຫ້ຢ່າງສົມກຽດ. ໂດຍ: ໄລບອຍ ຈັນທະມາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ