ຊຸກຍູ້ວຽກງານປ້ອງກັນພາຍໃນ ຢູ່ບັນດາກົມກອງ ທີ່ຂຶ້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2026-09-04 09:13:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 270 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 2-3 ກັນຍາ 2026 ນີ້, ສະຫາຍ ພັນໂທ ບຸນຄໍ້າ ຄຳພັນ ກໍາມະການຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານປ້ອງກັນພາຍໃນ ແລະ ການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ຢູ່ກອງບັນຊາການທະຫານເມືອງປາກທາ, ກອງຮ້ອຍທະຫານຊາຍແດນ 124, 125 ແລະ ກອງປະຕິບັດງານ 204, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ໂອກາດນີ້, ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໄດ້ລາຍງານຫຍໍ້ກ່ຽວກັບ ວຽກງານປ້ອງກັນພາຍໃນ ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ເອົາໃຈໃສ່ນຳພາ-ຊີ້ນໍາຂະບວນການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ (3 ປອດ) ຕິດພັນກັບໜ້າທີ່ການເມືອງຂອງກົມກອງ, ຂະບວນການກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ ແມ່ນເນື້ອໃນມາດຖານໜຶ່ງໃນຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເຊິ່ງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທຸກສະຫາຍ ຕ້ອງມີສ່ວນຮ່ວມ, ເຊິ່ງສາມາດຕ້ານ ແລະ ສະກັດກັ້ນ ໄດ້ປະກົດການຫຍໍ້ທໍ້ດ້ານຕ່າງໆ ຢູ່ພາຍໃນກົມກອງ, ລະບົບການຈັດຕັ້ງແຕ່ລະຂັ້ນໄດ້ຮັບການຄຸ້ມຄອງປ້ອງກັນບໍ່ໃຫ້ຄົນບໍ່ດີ ແລະ ສັດຕູເລັດລອດແຊກຊຶມເຂົ້າພາຍໃນກົມກອງໄດ້ຢ່າງເດັດຂາດ, ເອົາໃຈໃສ່ເຄື່ອນໄຫວວຽກງານປ້ອງກັນພາຍໃນ, ເກັບກຳສະພາບການເມືອງພາຍໃນຂອງກົມກອງ, ຄຸ້ມຄອງກຳແໜ້ນຊີວະປະຫວັດ ແລະ ປະຫວັດການເຄື່ອນໄຫວ ຂອງພະນັກງານ-ນັກຮົບເປັນປົກກະຕິ. ຈາກນັ້ນ, ສະຫາຍ ຮ້ອຍເອກ ສອນເພັດ ພອນມະນີ ຮອງຫົວໜ້າພະແນກປ້ອງກັນພາຍໃນ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ກຳນົດ ວ່າດ້ວຍ ມາດຖານການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ໃນທົ່ວກອງທັບປະຊາຊົນລາວ ແລະ ເອກະສານ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານປ້ອງກັນພາຍໃນ ຂອງກອງທັບປະຊາຊົນລາວ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ທົ່ວກົມກອງ ຮັກສາໄດ້ທາດແທ້ມູນເຊື້ອປະຕິວັດ, ທັດສະນະມະຫາຊົນຂອງພັກ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ມີຄວາມສັດຊື່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງ ຂອງກົມກອງ, ເປັນເຈົ້າການເຂົ້າຮ່ວມປ້ອງກັນພັກ, ປ້ອງກັນພະນັກງານ, ປ້ອງກັນແນວທາງນະໂຍບາຍຂອງພັກ ແລະ ປ້ອງກັນກົມກອງຂອງຕົນ ໄດ້ເປັນຢ່າງດີ.
ພ້ອມນີ້, ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ຍັງໄດ້ໂອ້ລົມເນັ້ນໜັກຫຼາຍບັນຫາສໍາຄັນ ຕື່ມອີກ.
ໂດຍ: ພາກ ສຸທິປັນຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















