ຮຽນຮູ້ອະດີດ ເພື່ອກ້າວສູ່ອະນາຄົດ ຄວາມປະທັບໃຈ ຂອງພະນັກງານທະຫານໜຸ່ມ
ເວລາອອກຂ່າວ: 2026-09-04 09:23:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 284 | ຄວາມນິຍົມ: ![]()
ສະຫາຍ ຮ້ອຍໂທ ຄຳອ້າຍ ທອງວັນ ນັກເຝິກອົບຮົມວຽກງານການເມືອງ-ແນວຄິດ ໄລຍະສັ້ນ ຊຸດທີ I ປີ 2026 ມາຈາກກອງວິທະຍຸກະຈາຍສຽງກອງທັບ ໄດ້ໃຫ້ຮູ້ວ່າ: ຂ້າພະເຈົ້າ ໃນຖານະເປັນພະນັກງານທະຫານໜຸ່ມຜູ້ໜຶ່ງ ທີ່ຫາກໍ່ກ້າວເຂົ້າສູ່ຊີວິດການເປັນທະຫານໄດ້ບໍ່ດົນ ຮູ້ສຶກເປັນກຽດ ແລະ ພູມໃຈຫຼາຍ ທີ່ໄດ້ຮັບໂອກາດເຂົ້າຮ່ວມການເຝິກອົບຮົມວຽກງານການເມືອງ-ແນວຄິດ ໄລຍະສັ້ນ ເຊິ່ງເປັນປະສົບການອັນລ້ຳຄ່າ ທີ່ໄດ້ເປີດປະຕູຄວາມຮູ້ ຄວາມເຂົ້າໃຈໃໝ່ໆ ໃຫ້ແກ່ຂ້າພະເຈົ້າຢ່າງກວ້າງຂວາງ ແລະ ເລິກເຊິ່ງ.
ຕະຫຼອດໄລຍະການເຝິກອົບຮົມ ຂ້າພະເຈົ້າ ໄດ້ຮັບການຖ່າຍທອດຄວາມຮູ້ ກ່ຽວກັບປະຫວັດສາດຂອງຊາດລາວ ຕັ້ງແຕ່ຍຸກສະໄໝບູຮານ ຜ່ານການຕໍ່ສູ້ກູ້ຊາດ ຈົນມາເຖິງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ການໄດ້ຮຽນຮູ້ເລິກເຊິ່ງ ກ່ຽວກັບຄວາມກ້າຫານ, ຄວາມສາມັກຄີ ແລະ ຄວາມເສຍສະຫຼະ ຂອງບັນພະບຸລຸດ ໄດ້ເຮັດໃຫ້ຂ້າພະເຈົ້າ ຮູ້ສຶກຮັກ ແລະ ພູມໃຈໃນຄວາມເປັນລາວຫຼາຍຂຶ້ນກວ່າເກົ່າ. ນອກຈາກນັ້ນ, ຂ້າພະເຈົ້າ ຍັງໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອອັນດີງາມຂອງຊາດ ບໍ່ວ່າຈະເປັນຮີດຄອງປະເພນີ, ວັດທະນະທຳ ແລະ ຄຸນຄ່າທາງສິນລະທຳ ທີ່ບັນພະບຸລຸດໄດ້ສືບທອດມາເປັນເວລາຫຼາຍພັນປີ.
ແນວທາງນະໂຍບາຍ ຂອງພັກ ຕໍ່ການເສີມຂະຫຍາຍມູນເຊື້ອອັນດີງາມ ສິ່ງທີ່ຂ້າພະເຈົ້າ ຖືວ່າມີຄຸນຄ່າຫຼາຍທີ່ສຸດ ຄືການໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບແນວທາງນະໂຍບາຍຂອງພັກ ໃນການເສີມຂະຫຍາຍ ແລະ ປົກປັກຮັກສາມູນເຊື້ອອັນດີງາມ ຂອງຊາດ ໄປຄຽງຄູ່ກັບການພັດທະນາປະເທດຊາດໃຫ້ທັນສະໄໝ. ພັກໄດ້ນໍາພາຢ່າງຈະແຈ້ງວ່າ ການພັດທະນາ ຕ້ອງດຳເນີນໄປພ້ອມກັບການຮັກສາຮາກຖານທາງວັດທະນະທຳ ບໍ່ໃຫ້ຖືກກືນຫາຍໄປກັບກະແສການປ່ຽນແປງຂອງໂລກ. ໃນຖານະພະນັກງານທະຫານໜຸ່ມ ຂ້າພະເຈົ້າຮູ້ໄດ້ວ່າ ໜ້າທີ່ ຂອງຂ້າພະເຈົ້າ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເທົ່ານັ້ນ ແຕ່ຍັງລວມທັງການເປັນຕົວແບບຢ່າງອັນດີ ໃນການອະນຸລັກ ແລະ ສືບທອດມູນເຊື້ອອັນດີງາມ ຂອງຊາດ ອີກດ້ວຍ.
ນອກຈາກການເຝິກອົບຮົມຢູ່ພາຍໃນຫ້ອງຮຽນແລ້ວ ຂ້າພະເຈົ້າຍັງໄດ້ມີໂອກາດໄປທັດສະນະສຶກສາຢູ່ ຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ ເຊິ່ງເປັນປະສົບການທີ່ເຮັດໃຫ້ຄວາມຮູ້ທີ່ໄດ້ຮຽນມາຕະຫຼອດການເຝິກອົບຮົມ ກາຍເປັນຮູບປະທຳຢ່າງແທ້ຈິງ. ການໄດ້ຢືນຢູ່ຕໍ່ໜ້າວັດຖຸພັນ, ພາບຖ່າຍ ແລະ ເອກະສານປະຫວັດສາດ ຂອງກອງທັບປະຊາຊົນລາວ ທີ່ບອກເລົ່າເລື່ອງການຕໍ່ສູ້ ຂອງກອງທັບປະຊາຊົນລາວ ໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກຊາບຊຶ້ງໃຈ ແລະ ຄິດຄຳນຶງເຖິງຄວາມເສຍສະຫຼະ ຂອງນັກຮົບປະຕິວັດຮຸ່ນກ່ອນ ທີ່ໄດ້ຕໍ່ສູ້ ແລະ ຍ້ອມເສຍຊີວິດເລືອດເນື້ອ ເພື່ອປະເທດຊາດ ເພື່ອໃຫ້ໄດ້ມາເຊິ່ງເອກະລາດ ແລະ ສັນຕິພາບໃນປັດຈຸບັນ.
ພາຍຫຼັງສຳເລັດການເຝິກອົບຮົມຄັ້ງນີ້ ຂ້າພະເຈົ້າຮູ້ສຶກວ່າ ຕົນເອງມີຄວາມເປັນຜູ້ໃຫຍ່ຂຶ້ນ ທັງທາງດ້ານຄວາມຄິດ ແລະ ຄວາມຮັບຜິດຊອບ. ຂ້າພະເຈົ້າ ຂໍໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາຄວາມຮູ້ ແລະ ຄວາມເຂົ້າໃຈ ທີ່ໄດ້ຮັບຈາກການເຝິກອົບຮົມໃນຄັ້ງນີ້ ໄປໝູນໃຊ້ໃນວຽກງານ ແລະ ຊີວິດປະຈຳວັນ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນ ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊາດ ແລະ ປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຕະຫຼອດໄປ.
ໂດຍ: ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















