ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຫົວໜ້າການເມືອງ ວປກ ຕ້ອນຮັບຄະນະຊ່ຽວຊານ ສປ ຈີນ ເຂົ້າພົບປະອໍາລາໜ້າທີ່
ເວລາອອກຂ່າວ: 2026-09-04 10:15:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1223 | ຄວາມນິຍົມ:



ວັນທີ 2 ກັນຍາ 2026 ນີ້, ສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ກໍາມະການສໍາຮອງສູນກາງພັກ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຊ່ຽວຊານ ສປ ຈີນ ເຂົ້າພົບປະອໍາລາໜ້າທີ່ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຢູ ຄາງຍຸນ ຫົວໜ້າຄະນະຊ່ຽວຊານ ສປ ຈີນ ພ້ອມດ້ວຍຄະນະ. ສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ຄະນະຊ່ຽວຊານ ສປ ຈີນ ທີ່ໃຫ້ການຊ່ວຍເຫຼືອ ໃນການປັບປຸງໂຄງການຫຼັກສູດ, ຂຶ້ນຫ້ອງສິດສອນຢູ່ ວປກ ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຍົກສູງຄຸນນະພາບການຮຽນ-ການສອນຢູ່ ວປກ ໃຫ້ດີຂຶ້ນ. ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອໝັ້ນຄົງຍາວນານ ລະຫວ່າງສອງປະເທດ, ສອງກອງທັບ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ສາຍພົວພັນຮ່ວມມື ລະຫວ່າງ ວປກ ແລະ ມະຫາວິທະຍາໄລປ້ອງກັນຊາດ ສປ ຈີນ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ ແລະ ອວຍພອນໃຫ້ຄະນະຊ່ຽວຊານເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ. ພ້ອມທັງ, ມອບໃບຍ້ອງຍໍຂັ້ນ ວປກ ໃຫ້ຄະນະຊ່ຽວຊານ ສປ ຈີນ ຈໍານວນ 6 ສະຫາຍ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ ຢູ່ ວປກ. ສະຫາຍ ພັນເອກ ຢູ ຄາງຍຸນ ໄດ້ລາຍງານເຖິງຜົນສໍາເລັດການຮຽນ-ການສອນ ຢູ່ ວປກ ພ້ອມທັງ ສະແດງຄວາມຂອບໃຈຕໍ່ ຄະນະພັກ-ຄະນະອໍານວຍການ ວປກ ທີ່ໄດ້ເອົາໃຈໃສ່ເບິ່ງແຍງ ແລະ ອໍານວຍຄວາມສະດວກໃນດ້ານຕ່າງໆ ເຮັດໃຫ້ການປະຕິບັດໜ້າທີ່ສໍາເລັດໄດ້ດ້ວຍດີ ແລະ ອວຍພອນສາຍພົວພັນມິດຕະພາບຄວາມສາມັກຄີຮ່ວມມື ລະຫວ່າງ ສອງກອງທັບ, ສອງຊາດ ຈີນ-ລາວ ຈົ່ງໝັ້ນຄົງທະນົງແກ່ນຍິ່ງໆ ຂຶ້ນ. ໂດຍ: ເຂັງພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ