ກອງພັນໃຫຍ່ 702 ເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2026-09-04 10:25:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 259 | ຄວາມນິຍົມ: ![]()
ວັນທີ 3 ກັນຍາ 2026 ນີ້, ກອງພັນໃຫຍ່ 702 ໄດ້ເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນປະຕິວັດລາວ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສີແພງ ດວງທິໄຊ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 702, ມີຄະນະພັກ-ຄະນະບັນຊາ ພະແນກການ, ກົມກອງ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີແພງ ດວງທິໄຊ ໄດ້ເຜີຍແຜ່ເນື້ອໃນເອກະສານ ກ່ຽວກັບມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກ, ເອກະສານໂຄງການການເມືອງ ສະບັບທີ 3. ຈາກນັ້ນ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ ໄດ້ຜັນປ່ຽນກັນເຜີຍແຜ່ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ Xll ພ້ອມທັງ, ຜ່ານຂໍ້ກໍານົດ ວ່າດ້ວຍການແຂ່ງຂັນ-ຍ້ອງຍໍ ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໃນກອງທັບປະຊາຊົນລາວ.
ການເຜີຍແຜ່ ເຊື່ອມຊຶມ ໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ກໍາໄດ້ກ່ຽວກັບ ທິດທາງເປົ້າໝາຍ, ແນວທາງ ແລະ ໜ້າວຽກສໍາຄັນທີ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກ ກໍານົດໄວ້ ແລະ ນໍາໄປຜັນຂະຫຍາຍເຂົ້າສູ່ການຈັດຕັ້ງປະຕິບັດວຽກງານຕົວຈິງ ກໍານົດເປັນແຜນວຽກມາດຕະການທີ່ຊັດເຈນ ແລະ ເກີດຜົນຢ່າງເປັນຮູບປະທໍາ.
ໂດຍ: ຄໍາພອນ ແພງພະຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















