ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງບັນຊາການທະຫານແຂວງຫົວພັນ ປິດຊຸດເຝິກອົບຮົມ-ຫັດແອບ ວຽກງານສຶກສາ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ເປົ້າໝາຍ 3 ຊຸດທີ IV
ເວລາອອກຂ່າວ: 2026-09-04 11:00:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1155 | ຄວາມນິຍົມ:



ວັນທີ 3 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນ ກອງພັນ 163 ກອງບັນຊາການທະຫານແຂວງຫົວພັນ ໄດ້ປິດຊຸດເຝິກອົບຮົມ-ຫັດແອບວຽກງານສຶກສາ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ (ເປົ້າໝາຍ 3 ) ຂອງແຂວງຫົວພັນ ຊຸດທີ IV ໂດຍການເປັນປະທານ ຂອງສະຫາຍ ຄອນປະພັນ ເລື່ອງສີຈັນທອງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ປະຈຳການ, ມີສະຫາຍ ພົນຈັດຕະວາ ຄໍາເມືອງ ໂຄດວົງຄູນ ຄະນະປະຈຳພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ສະຫາຍ ພົນຈັດຕະວາ ເພັດສອນ ອິນສຸພັນ ກຳມະການຄະນະພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ການເຝິກອົບຮົມ-ຫັດແອບໃນຄັ້ງນີ້ ມີນັກອົບຮົມເຂົ້າຮ່ວມທັງໝົດ 29 ສະຫາຍ, ຍິງ 5 ສະຫາຍ ໄດ້ໃຊ້ເວລາ 25 ວັນ ນັບແຕ່ວັນທີ 10 ສິງຫາ-3 ກັນຍາ 2026. ຜ່ານການຈັດຕັ້ງອົບຮົມ ເຫັນວ່ານັກເຝິກອົບຮົມ ສາມາດຮັກສາລະບຽບວິໄນ-ຈໍານວນພົນໄດ້ດີ, ມີຄວາມສາມັກຄີ ລະຫວ່າງ ນັກເຝິກອົບຮົມ ແລະ ຄະນະຮັບຜິດຊອບ ຄູ-ອາຈານ, ແຕ່ລະສະຫາຍເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ ໃນນັ້ນ, ສາມາດປະເມີນໄດ້ພາກການເມືອງ 12 ບົດ ໄດ້ 90%; ພາກການທະຫານ 3 ບົດ, ບົດຍິງປືນອາຊຽນ ແລະ ບົດຍິງປືນສັ້ນ K-59 ໄດ້ 87%; ສະເລ່ຍລວມ ໄດ້ 88,5% ສາມາດບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້. ທັ້ງນີ້, ບໍ່ພຽງແຕ່ເປັນການເຝິກອົບຮົມດ້ານວິຊາການເທົ່ານັ້ນ ແຕ່ຍັງເປັນເຄື່ອງມືສໍາຄັນໃນການສ້າງກໍາລັງແກນນໍາ ທີ່ມີທັງຄວາມຮູ້ ຄວາມສາມາດ, ຈຸດຢືນທາງດ້ານການເມືອງ ແລະ ຄວາມສາມາດໃນການປົກປັກຮັກສາຄວາມໝັ້ນຄົງ ຂອງທ້ອງຖິ່ນ ແລະ ຊາດ ໂດຍລວມ. ໂດຍ: ວຽງສະຫວັັນ ນໍລິນທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ