ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງພັນໃຫຍ່ 702 ສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2025-2026
ເວລາອອກຂ່າວ: 2026-09-04 14:17:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 270 | ຄວາມນິຍົມ:



ວັນທີ 1 ກັນຍາ 2026 ນີ້, ກອງພັນໃຫຍ່ 702 ໄດ້ສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2025-2026 ແລະ ວາງທິດທາງແຜນການ ປະຈໍາປີ 2027 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສີແພງ ດວງທິໄຊ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 702, ມີບັນດາຄະນະພັກ, ຄະນະພັກຮາກຖານ, ໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ. ສະຫາຍ ພັນໂທ ດາວອນ ແກ້ວມະນີວົງ ຫົວໜ້າຂະແໜງຈັດຕັ້ງພັກ ກອງພັນໃຫຍ່ 702 ໄດ້ຜ່ານບົດສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2025-2026 ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ກອງພັນໃຫຍ່ 702 ປະກອບມີ 1 ຄະນະພັກ, ມີ 7 ຄະນະພັກຮາກຖານ, ມີ 4 ໜ່ວຍພັກຮາກຖານ ແລະ ມີ 19 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 486 ສະຫາຍ, ຍິງ 71 ສະຫາຍ, ສະມາຊິກພັກສໍາຮອງ 46 ສະຫາຍ, ຍິງ 5 ສະຫາຍ, ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ສະມາຊິກພັກ ເຮັດໜ້າທີ່ວິຊາສະເພາະຕາມການມອບໝາຍເປັນຢ່າງດີ. ວຽກງານຈັດຕັ້ງມະຫາຊົນ (ຊາວໝຸ່ມ-ແມ່ຍິງ) ໄດ້ເອົາໃຈໃສ່ອໍານວຍຄວາມສະດວກໃຫ້ເຄື່ອນໄຫວຕາມພາລະບົດບາດ ພ້ອມນັ້ນ, ຍັງໄດ້ປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່ສະມາຊິກພັກ. ສາມາດປະເມີນຜົນໄດ້ຄື: ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 16 ໜ່ວຍພັກ ກວມ 73,91%, ໜ່ວຍພັກແຂງ 7 ໜ່ວຍພັກ ກວມ 26,08%, ມີສະມາຊິກພັກ ແຂງ 477 ສະຫາຍ, ຍິງ 69 ສະຫາຍ ກວມ 98,14%, ສະມາຊິກພັກກາງ 5 ສະຫາຍ ກວມ 1,15%, ບໍ່ໄດ້ແບ່ງປະເພດ 3 ສະຫາຍ ກວມ 0,61%. ຈາກນັ້ນ, ສະຫາຍ ພັນໂທ ຄໍາສວນ ທອງສົມບັດ ກໍາມະການຄະນະພັກ, ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2025-2026 ບັນດາກົມກອງທີ່ຂຶ້ນກັບຄະນະພັກ ກອງບັນຊາການທະຫານອາກາດໃນນັ້ນ, ກອງພັນໃຫຍ່ 702 ມີ 16 ໜ່ວຍພັກ ຖືກຮັບຮອງຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ພ້ອມນັ້ນ, ໄດ້ມອບໃບຢັ້ງຢືນໃຫ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ 16 ໜ່ວຍພັກ ແລະ ມອບໃບຢັ້ງຢືນໃຫ້ນັກບິນ ຂຶ້ນເປັນນັກບິນອາຈານ 5 ສະຫາຍ ຢ່າງສົມກຽດ. ໂດຍ: ຄໍາພອນ ແພງພະຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ