ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ສູນເຝິກອົບຮົມ ກອງພົນທີ 4 ມອບ-ຮັບ ໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2026-09-04 14:25:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 253 | ຄວາມນິຍົມ:



ວັນທີ 2 ກັນຍາ 2026 ນີ້, ສູນເຝິກອົບຮົມ ກອງພົນທີ 4 ໄດ້ຈັດຕັ້ງພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຍ້ອງຍໍຜົນງານ 5 ປີ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ແສງຈັນ ມະນີວອນ ຫົວໜ້າການເມືອງ ສູນເຝິກອົບຮົມ, ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ພາມີ ຄຳປະເສີດໄຊຍາ ຫົວໜ້າພະແນກການເມືອງ ສູນເຝິກອົບຮົມ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນດາກົມກອງ ທີ່ຂຶ້ນກັບຄະນະພັກ ກອງພົນທີ 4 ປະຈຳປີ 2025 ໃນນີ້, ສູນເຝິກອົບຮົມ ກອງພົນທີ 4 ມີ 4 ໜ່ວຍພັກ ແລະ ຜ່ານລັດຖະດຳລັດ ຂອງປະທານປະເທດ, ດໍາລັດ ນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນໄຊແຮງງານ, ປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ນາຍ ແລະ ພົນທະຫານ ຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 5 ປີຜ່ານມາ ໃນນີ້, ຢູ່ສູນເຝິກອົບຮົມ ກອງພົນທີ 4 ປະດັບຫຼຽນໄຊແຮງງານ ຊັ້ນ III ຈຳນວນ 8 ສະຫາຍ, ຫຼຽນກາແຮງງານ 13 ສະຫາຍ ແລະ ໃບຍ້ອງຍໍລັດຖະບານ 20 ສະຫາຍ, ຍິງ 5 ສະຫາຍ. ໂດຍ: ໂພຄໍາ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ