ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ
ເວລາອອກຂ່າວ: 2026-09-04 14:34:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1063 | ຄວາມນິຍົມ: ![]()
ວັນທີ 3 ກັນຍາ 2026 ນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ໂອ້ລົມພະນັກງານຫຼັກແຫຼ່ງ ແລະ ພະນັກງານເຫຼົ່າຮົບພະລາທິການ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ຄຳຫຼ້າ ວົງສົມພູ ຮອງຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີຄະນະພັກ-ຄະນະບັນຊາ ຫ້ອງການ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານເຫຼົ່າຮົບພະລາທິການ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳຫຼ້າ ວົງສົມພູ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ, ຄະນະພັກ-ຄະນະອໍານວຍການ ໄດ້ເອົາໃຈໃສ່ເພີ່ມທະວີຊີ້ນໍາບັນດາພະນັກງານ-ນັກຮົບ, ຄູ-ອາຈານ ຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະເພາະ ນັກຮຽນ-ນັກສຶກສາ ໄດ້ອອກແຮງແຂ່ງຂັນກັນ ດຸໝັ່ນຄົ້ນຄວ້າຮ່ຳຮຽນ, ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເພື່ອສ້າງຕົນເອງ ໃຫ້ກາຍເປັນພະນັກງານສືບທອດ ທີ່ມີຄຸນນະພາບໃຫ້ກອງທັບປະຊາຊົນລາວ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ຍົກໃຫ້ເຫັນສະພາບການລວມ ທັງພາຍໃນ ແລະ ພາຍນອກ ພ້ອມທັງ, ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຕ້ອງເອົາໃຈໃສ່ສືບຕໍ່ເຄື່ອນໄຫວສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ຮັບຮູ້ເຊື່ອມຊຶມ ກຳແໜ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ພ້ອມກັນປັບປຸງກໍ່ສ້າງວຽກງານພະລາທິການ ຕິດພັນກັບ 2 ວາລະແຫ່ງຊາດ ໂດຍສະເພາະ ແມ່ນວາລະແກ້ໄຂຊີວິດການເປັນຢູ່, ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີປະສິດທິພາບ, ເຮັດວຽກແບບມີຫຼັກການ ລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມີຄວາມສາມັກຄີພາຍໃນເປັນປຶກແຜ່ນ, ເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບ ໃຫ້ເຂັ້ມງວດ, ປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມໜັກແໜ້ນ, ມີຄວາມຮັບຜິດຊອບໃນການປົກປັກຮັກສາ, ສ້ອມແປງບູລະນະອາຄານສະຖານທີ່, ຄຸ້ມຄອງໃຫ້ຖືກຕ້ອງຕາມຂໍ້ກຳນົດ ນຳໃຊ້ໃຫ້ມີປະສິດທິຜົນ, ພ້ອມກັນ ດຳລົງຊີວິດແບບມີວັດທະນະທຳໃໝ່ ໄປຄຽງຄູ່ກັບການປະຕິບັດ ຕາມທິດ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ແລະ ຍຶດໝັ້ນນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີວິໄສທັດໃນການນຳໃຊ້ທ່າແຮງ ຂອງກົມກອງ, ເອົາໃຈໃສ່ສ້າງລາຍຮັບ ດ້ວຍການປູກ-ການລ້ຽງ ເພື່ອປັບປຸງກໍ່ສ້າງກົມກອງ ໃຫ້ເຂັ້ມແຂງຮອບດ້ານ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















