ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ຈັດຕັ້ງສອບເສັງພາກຮຽນ 2 ໃຫ້ນັກຮຽນນາຍສິບ ຊຸດທີ 14
ເວລາອອກຂ່າວ: 2026-09-04 14:42:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 262 | ຄວາມນິຍົມ:



ການສອບເສັງພາກຮຽນ 2 ໃຫ້ນັກຮຽນກໍ່ສ້າງນາຍສິບ ຊຸດທີ 14 ລະບົບ 10 ເດືອນ ຢູ່ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ປະຈຳສົກປີ 2025-2026 ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 31 ສິງຫາ-3 ກັນຍາ 2026 ນີ້, ໂດຍມີ ສະຫາຍ ພັນໂທ ສົງຄາມ ພຸດທະວົງ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ, ມີຄະນະອໍານວຍການ, ຄູ-ອາຈານ, ກຳມະການສອບເສັງ ແລະ ນັກຮຽນ ເຂົ້າຮ່ວມ. ການສອບເສັງໃນຄັ້ງນີ້ ລວມມີ 4 ວິຊາ ຄື: ວິຊາການເມືອງ, ວິຊາສິລະປະຍຸດ, ວິຊາຍຸດທະວິທີ ແລະ ວິຊາລະບຽບກິລາ. ຜ່ານການສອບເສັງ ສາມາດຕີລາຄາຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງນັກຮຽນ ຄື: ວິຊາການເມືອງ ບັນລຸໄດ້ 99,99%, ວິຊາສິລະປະຍຸດ ບັນລຸໄດ້ 99,99%, ວິຊາຍຸດທະວິທີ ບັນລຸໄດ້ 99,99% ແລະ ວິຊາລະບຽບກິລາ ບັນລຸໄດ້ 99,99%. ການສອບເສັງໃນຄັ້ງນີ້ ເພື່ອເຮັດໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ເປັນການກວດກາຄືນລະດັບຄວາມຮູ້ ຂອງນັກຮຽນ, ອີກດ້ານໜຶ່ງ ເພື່ອເປັນການກວດກາຄຸນນະພາບທາງດ້ານການສິດສອນ ຂອງຄູ-ອາຈານ ແນໃສ່ເຮັດໃຫ້ນັກຮຽນ ກຳໄດ້ບົດຮຽນທີ່ໄດ້ຮຽນມາໃຫ້ເປັນລະບົບຄົບຊຸດ ແລະ ເພື່ອເປັນພື້ນຖານໃນການຕີລາຄາຜົນໄດ້ຮັບຕົວຈິງ ທາງດ້ານການສິດສອນ ຂອງຄູ-ອາຈານ ແລະ ຄວາມຮັບຮູ້ ຂອງນັກຮຽນ ເພື່ອນຳມາຖອດຖອນບົດຮຽນເຂົ້າໃນການປັບປຸງເນື້ອໃນບົດສອນ ແລະ ວິທີຈັດຕັ້ງປະຕິບັດການຮຽນ-ການສອນ ໃນຊຸມປີຕໍ່ໄປໃຫ້ດີຂຶ້ນ. ໂດຍ: ໄຊຍະສັກ ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ