ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ປຶກສາຫາລືການເຝິກຊ້ອມຊ່ວຍເຫຼືອມະນຸດສະທໍາ ແລະ ບໍລິການການແພດ ລະຫວ່າງ ກອງທັບ ລາວ-ຈີນ
ເວລາອອກຂ່າວ: 2026-09-04 15:17:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1130 | ຄວາມນິຍົມ:



ວັນທີ 3 ກັນຍາ 2026 ນີ້, ທີ່ກະຊວງປ້ອງກັນປະເທດ, ຄະນະຜູ້ແທນກອງທັບ ລາວ-ຈີນ ໄດ້ພົບປະປຶກສາຫາລື ກ່ຽວກັບການຈັດຕັ້ງຫັດແອບເຝິກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິການການແພດ ລະຫວ່າງ ກອງທັບ ລາວ-ຈີນ ພາຍໃຕ້ຫົວຂໍ້: "ຂະບວນລົດໄຟສັນຕິພາບ-2026”, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ແລະ ຝ່າຍຈີນ ນຳໂດຍ ສະຫາຍ ພັນເອກ ນາງ ໂຈວນ້າ ຫົວໜ້າພະແນກສັງລວມເສນາຮັກ ກົມຮັບປະກັນພະລາທິການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນ ຈີນ ພ້ອມດ້ວຍຄະນະ. ‎ ຜ່ານການປຶກສາຫາລື, ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບບັນດາເນື້ອໃນ, ຂັ້ນຕອນບາດກ້າວການຫັດແອບ, ສະຖານທີ່ເຝິກຊ້ອມຮ່ວມກັນຢ່າງລະອຽດ ພ້ອມທັງແບ່ງປັນຄວາມຮັບຜິດຊອບ, ມອບໝາຍໜ້າທີ່ໃຫ້ພາກສ່ວນທີ່ກ່ຽວຂ້ອງ, ເອກະພາບດ້ານລະບຽບ ຫຼັກການ ເພື່ອຮັບປະກັນໃຫ້ການເຝິກຊ້ອມຮ່ວມໃນຄັ້ງນີ້ ສຳເລັດຢ່າງຈົບງາມ ແລະ ຮັບປະກັນມີຄວາມປອດໄພ 100%. ຈຸດປະສົງໃນການເຝິກຊ້ອມຄັ້ງນີ້ ເພື່ອສືບຕໍ່ແຜນການຈັດຕັ້ງປະຕິບັດຮ່ວມມືດ້ານການທະຫານ ກອງທັບ ລາວ-ຈີນ ໂດຍສະເພາະດ້ານການແພດ ໃຫ້ປະກົດຜົນເປັນຈິງ, ທັງເປັນການຍົກລະດັບຂີດຄວາມສາມາດໃນການຮ່ວມບັນຊາວຽກງານດ້ານການແພດ, ຄວາມສາມາດໃນການຮ່ວມກອບກູ້ຊ່ວຍເຫຼືອ, ສ້າງຂີດໝາຍ ແລະ ການແລກປ່ຽນການຮ່ວມມືດ້ານການແພດທະຫານ ແລະ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ກອງທັບ ລາວ-ຈີນ, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຂອງສອງປະເທດ, ສອງກອງທັບ ໃຫ້ກ້າວສູ່ລວງເລິກໝັ້ນຄົງຍາວນານ. ‎ໂດຍ: ສຸເວດ ສີດາຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ