ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ປະກາດການແຕ່ງຕັ້ງຫົວໜ້າຂະແໜງໄອຍະການທະຫານ ກອງພັນໃຫຍ່ 643
ເວລາອອກຂ່າວ: 2026-09-04 15:26:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1175 | ຄວາມນິຍົມ:



ວັນທີ 3 ກັນຍາ 2026 ນີ້, ຢູ່ທີ່ ກອງພັນໃຫຍ່ 643 ໄດ້ປະກາດການແຕ່ງຕັ້ງຫົວໜ້າຂະແໜງໄອຍະການທະຫານ ກອງພັນໃຫຍ່ 643 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ລັດສະໝີ ຂັນອາສາ ກໍາມະການຄະນະພັກກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ມີສະຫາຍ ພັນເອກ ເຄນວິໄຊ ແພງວິໄລ ຫົວໜ້າໄອຍະການທະຫານພາກກາງ, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 643, ພະແນກການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນເອກ ເຄນວິໄຊ ແພງວິໄລ ໄດ້ຜ່ານຂໍ້ຕົກລົງ ຂອງອົງການໄອຍະການທະຫານຂັ້ນສູງ ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງໄອຍະການທະຫານ ກອງພັນໃຫຍ່ 643 ໃນນັ້ນ, ແຕ່ງຕັ້ງສະຫາຍ ພັນຕີ ວຽງພອນ ສີດາວົງ ເປັນຫົວໜ້າຂະແໜງໄອຍະການທະຫານ ກອງພັນໃຫຍ່ 643. ໂອກາດນີ້, ສະຫາຍປະທານ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາສໍາຄັນ ຕໍ່ພະນັກງານຫຼັກແຫຼ່ງທົ່ວກົມກອງ ໂດຍສະເພາະແມ່ນ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເພີ່ມທະວີຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍ, ຮູ້ພາລະບົດບາດສິດໜ້າທີ່ວິຊາສະເພາະຂອງຕົນເອງຢ່າງເລິກເຊິ່ງ, ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເພື່ອເຮັດສໍາເລັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້. ໂດຍ: ພູວອນ ໄຊຍະແສງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ