ກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ ແລະ ສິດທິມະນຸດ ໄລຍະ 5 ປີ
ເວລາອອກຂ່າວ: 2026-09-04 15:32:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1188 | ຄວາມນິຍົມ: ![]()
ວັນທີ 4 ກັນຍາ 2026 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ ແລະ ສິດທິມະນຸດ ໄລຍະ 5 ປີ ເທື່ອທີ 3 (2021–2025) ແລະ ວາງທິດທາງວຽກງານ ໄລຍະ 5 ປີ ເທື່ອທີ 4 (2026–2030) ພ້ອມທັງ, ເຜີຍແຜ່ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງປະເທດ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຕ້ານການຄ້າມະນຸດ ແລະ ວຽກງານສິດທິມະນຸດ (ສະບັບປັບປຸງ), ໂດຍການເປັນປະທານ ຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຄະນະກຳມະການແຫ່ງຊາດ ວ່າດ້ວຍສິດທິມະນຸດ, ຫົວໜ້າຄະນະກຳມະການຕ້ານການຄ້າມະນຸດ ແລະ ສິດທິມະນຸດ ຂັ້ນກະຊວງ, ມີຄະນະກຳມະການຮັບຜິດຊອບວຽກງານຕ້ານການຄ້າມະນຸດ ແລະ ວຽກງານສິດທິມະນຸດ ຂັ້ນກະຊວງ ແລະ ກອງເລຂາ ເຂົ້າຮ່ວມ.
ສະຫາຍ ພັນເອກ ດາວໄກ ເລີດລີວັນ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການ ຕ້ານການຄ້າ ແລະ ວຽກງານສິດທິມະນຸດ ຂອງກະຊວງປ້ອງກັນປະເທດ (ສະບັບປັບປຸງ). ຈາກນັ້ນ, ສະຫາຍ ພັນໂທ ພູທອນ ແກ້ວວິໄລ ຫົວໜ້າພະແນກພົວພັນຮ່ວມມື-ພິທີການ ຫ້ອງການກອງບັນຊາການທະຫານຊາຍແດນ, ກອງເລຂາ ໄດ້ຜ່ານບົດສະຫຼຸບວຽກງານຕ້ານການຄ້າມະນຸດ ແລະ ສິດທິມະນຸດໄລຍະ 5 ປີ ເທື່ອທີ 3 ແລະ ຜ່ານທິດທາງວຽກງານໄລຍະ 5 ປີ ເທື່ອທີ 4, ເຊິ່ງໃນໄລຍະ 5 ປີຜ່ານມາ, ຄະນະກຳມະການຕ້ານການຄ້າມະນຸດກະຊວງປ້ອງກັນປະເທດ, ພາຍໃຕ້ການຊີ້ນໍາຢ່າງ ໃກ້ຊິດ ຈາກກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ເຄື່ອນໄຫວປະຕິບັດ ວຽກງານຕາມພາລະບົດບາດ ແລະ ສິດຂອງຕົນ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ III, ແຜນການ ຂອງຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ແຜນເຄື່ອນໄຫວວຽກງານປະຈຳປີ ຂອງຕົນ ໂດຍຖືເອົາວຽກງານຕ້ານການຄ້າມະນຸດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານວິຊາສະເພາະ ຂອງກົມກອງ ໃນນີ້, ສໍາເລັດຈັດກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງວຽກງານຕ້ານການຄ້າມະນຸດ ໃຫ້ນາຍ ແລະ ພົນທະຫານ ຢູ່ກອງບັນຊາການທະຫານແຂວງຜົ້ງສາລີ, ຫົວພັນ, ຫຼວງນໍ້າທາ, ໄຊຍະບູລີ, ຄໍາມ່ວນ, ຈໍາປາສັກ ແລະ ພະນັກງານອ້ອມຂ້າງກະຊວງປ້ອງກັນປະເທດ, ສະຫຼຸບລາຍງານຜົນການຈັດຕັ້ງກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງດ້ານວຽກງານຕ້ານການຄ້າມະນຸດ ໃຫ້ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ສົ່ງໃຫ້ຂັ້ນເທິງ ເພື່ອຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ໄລຍະ III (2021-2025) ແລະ ທິດທາງແຜນການໄລຍະ IV (2026-2030) ຂອງຄະນະກຳມະການຕ້ານການຄ້າມະນຸດ ລະດັບຊາດ ຈໍານວນ 3 ຄັ້ງ, ເຂົ້າຮ່ວມກອງປະຊຸມຕ້ານການຄ້າມະນຸດຮູບແບບໃໝ່ ເພື່ອອົບຮົມເປົ້າໝາຍພະນັກງານ ທີ່ຈະໄປປະຈຳຢູ່ຕ່າງປະເທດ ຢູ່ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ, ປັບປຸງຂໍ້ຕົກລົງ, ແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ ຄະນະກໍາມະການຕ້ານການຄ້າມະນຸດ ກະຊວງປ້ອງກັນປະເທດ, ເຂົ້າຮ່ວມເຝິກອົບຮົມວຽກງານຕ້ານການຄ້າມະນຸດ ຢູ່ ສສ ຫວຽດນາມ ຮ່ວມກັບກົມສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງປ້ອງກັນຄວາມສະຫງົບ, ຈັດລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດ ທາງຄື້ນວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ພາກປົກກະຕິ ແລະ ພາກພິເສດ FM 99,7 MHz ອອກອາກາດທຸກວັນແຕ່ວັນ ຈັນ-ອາທິດ ເວລາ 22:00-22:30 ນາທີ ແລະ ລາຍການພາກພິເສດ ວັນເສົາ-ອາທິດ ເວລາ 10:00-10:30 ນາທີ, ເປີດສະປວດໂຄສະນາ ທັງໝົດ 5.255 ຄັ້ງ, ອອກອາກາດ ທັງໝົດ 2.520 ຊົ່ວໂມງ, ລາຍການອອກອາກາດ ທັງໝົດ 2.160 ລາຍການ, ເປີດເພງ ຕ້ານການຄ້າມະນຸດ 3.789 ເພງ ແລະ ອ່ານຂ່າວວຽກງານຕ້ານການຄ້າມະນຸດ 1.504 ຂ່າວ, ເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດປະຈຳປີ ແລະ ວາງທິດທາງແຜນການຕໍ່ໜ້າ 4 ຄັ້ງ (2021-2024), ປັບປຸງຂໍ້ຕົກລົງ ແຕ່ງຕັ້ງຄະນະກຳມະການຕ້ານການຄ້າມະນຸດຂອງກະຊວງປ້ອງກັນປະເທດ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບພາລະບົດບາດ, ສິດໜ້າທີ່ ຂອງແຕ່ລະພາກສ່ວນ. ພ້ອມທັງ ປະສານສົມທົບ ແລະ ຊີ້ນໍາຄະນະກຳມະການຕ້ານການຄ້າມະນຸດ ກອງບັນຊາການທະຫານແຂວງ ເຄື່ອນໄຫວວຽກງານຕ້ານການຄ້າມະນຸດຕາມສິດ, ໜ້າທີ່, ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ.
ຈາກນັ້ນ, ບັນດາຄະນະກໍາມະການຕ້ານການຄ້າມະນຸດ ແລະ ວຽກງານສິດທິມະນຸດ ກະຊວງປ້ອງກັນປະເທດ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນ ກ່ຽວກັບວຽກງານຕ້ານການຄ້າມະນຸດ ແລະ ວຽກງານສິດທິມະນຸດ ຢ່າງກົງໄປກົງມາ.
ໂອກາດດັ່ງກ່າວ, ຍັງໄດ້ຮັບຟັງຄໍາເຫັນໂອ້ລົມ ແລະ ຊີ້ທິດເຍື່ອງທາງຂອງ ປະທານ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















